ພິທີເປີດເວັບໄຊຖານຂໍ້ມູນດ້ານລະບຽບການຂໍອະນຸຍາດ ດຳເນີນທຸລະກິດ ໃນ ສປປ ລາວ

  • 30.01.2023
  • 8709
  • 0

ນະຄອນຫຼວງວຽງຈັນ, ວັນທີ 25 ມັງກອນ ປີ 2023 ທີ່ ໂຮງແຮມ ລາວ ພລາຊ່າ, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີເປີດເວັບໄຊຖານຂໍ້ມູນລະບຽບການຂໍອະນຸຍາດດໍາເນີນທຸລະກິດ ເພື່ອຊ່ວຍພາກລັດ ແລະ ເອກະຊົນຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ ສາມາດເຂົ້າເຖິງຂໍ້ມູນດ້ານລະບຽບການດຳເນີນທຸລະກິດ ໃນ ສປປ ລາວ ໄດ້ຢ່າງສະດວກ, ງ່າຍດາຍ, ປະຢັດເວລາ ແລະ ຫລຸດຄວາມຫຍຸ້ງຍາກທີ່ຕ້ອງເຂົ້າໄປຂໍຂໍ້ມູນດ້ວຍຕົນເອງນຳຂະແໜງການກ່ຽວຂ້ອງ.

 

ພິທີດັ່ງກ່າວໄດ້ໃຫ້ກຽດເປັນປະທານ ແລະ ໃຫ້ກຽດຕັດແຖບຜ້າ ເປີດງານ ໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ປອ. ໄຊບັນດິດ ລາດຊະພົນ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ ລາວ ແລະ ທ່ານ ນາງ ເມລີດ ຈູດສ໌ ຜູ້ຕາງໜ້າຈາກທະນາຄານໂລກ , ພິທີດັ່ງກ່າວ ໄດ້ໃຫ້ກຽດເຂົ້າຮ່ວມຈາກບັນດາຮອງລັດຖະມົນຕີ ຈາກກະຊວງທີ່ກ່ຽວຂ້ອງ, ທ່ານທູດຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຄະນະປະສານງານປັບປຸງໃບອະນຸຍາດດໍາເນີນທຸລະກິດຈາກທຸກຂະແໜງການ, ຕາງໜ້າສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ພາກທຸລະກິດ ແລະ ພະນັກງານຂອງກົມ ທຄວ ທັງໝົດຈໍານວນ 150 ທ່ານ .

 

 

ເວັບໄຊຖານຂໍ້ມູນລະບຽບການຂໍອະນຸຍາດດຳເນີນທຸລະກິດໃນ ສປປ ລາວ www.bned.moic.gov.la ເປັນຖານເກັບກຳ ແລະ ສະໜອງຂໍ້ມູນທາງອອນລາຍກ່ຽວກັບລະບຽບການໃບຂໍອະນຸຍາດດຳເນີນທຸລະກິດ, ໃບຢັ້ງຢືນ, ໃບອະນຸຍາດອື່ນໆທີ່ຕ້ອງໄດ້ຂໍຈາກຂະແໜງການ ແລະ ໜ່ວຍງານຮັບຜິດຊອບ ເຊິ່ງໄດ້ບັນຈຸສັງລວມບັນດານິຕິກຳ, ລະບຽບການ,​ຂັ້ນຕອນ, ກຳນົດເວລາ, ຄ່າໃຊ້ຈ່າຍ, ເອກະສານປະກອບ ແລະ ບັນຊີກິດຈະການ ທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດຂອງທຸກຂະແໜງການ.

ເວັບໄຊຖານຂໍ້ມູນ ຈະມີຜົນຍາວນານ ແລະ ສະໜອງໂອກາດທີ່ດີໃນການປັບປຸງສະພາບການດຳເນີນທຸລະກິດ ແລະ ສ້າງຄວາມສຳພັນທີ່ດີຂຶ້ນລະຫວ່າງປະຊາຊົນ ແລະ ລັດຖະບານ, ສ້າງຄວາມເຊື່ອໝັ້ນ ແລະ ມີມູມມອງທີ່ດີຂຶ້ນຕໍ່ກັບການບໍລິການຂອງພາກລັດ.

ການປັບປຸງລະບົບອອກໃບອະນຸຍາດໃຫ້ວ່ອງໄວ ແລະ ງ່າຍດາຍຂຶ້ນ ເປັນການປ່ຽນແປງ ທີ່ສຳຄັນເພື່ອຊ່ວຍ ພາກທຸລະກິດ ໃຫ້ເຕີບໂຕ ແລະ ກ້າວໜ້າຂຶ້ນ. ເວັບໄຊ ຍັງຊ່ວຍລັດຖະບານໃນການສົ່ງເສີມການດຳເນີນທຸລະກິດທີ່ງ່າຍດາຍ ແລະ ເອື້ອອຳນວຍໃນປະເທດ, ກ່າວໂດຍ ທ່ານ ນາງ ເມລິສ ຈູດ, ຫົວໜ້າທະນາຄານໂລກ ປະຈໍາ ສປປ ລາວ.

 

ເວັບໄຊຖານຂໍ້ມູນລະບຽບການຂໍອະນຸຍາດດຳເນີນທຸລະກິດໃນ ສປປ ລາວ ໄດ້ຮັບການສະໜັບສະໜູນໂດຍໂຄງການ LCT ທີ່ຖືກຈັດຕັ້ງປະຕິບັດໂດຍກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍໄດ້ຮັບການສະໜັບສະໜູນດ້ານວິຊາການ ແລະ ການເງິນຈາກທະນາຄານໂລກ ແລະ ສົມທົບທຶນເພີ່ມເຕີມຈາກປະເທດອົດສະຕາລີ, ໄອແລນ ແລະ ສະຫະລັດອາເມລິກາ. ໂຄງການດັ່ງກ່າວ ມີຈຸດປະສົງເພື່ອຫຼຸດຜ່ອນອຸປະສັກ ທີ່ກີດຂວາງການຂະຫຍາຍຕົວຂອງພາກເອກະຊົນ ໂດຍຜ່ານການປັບປຸງສະພາບແວດລ້ອມດ້ານການດໍາເນີນທຸລະກິດ ແລະ ດ້ານລະບຽບການຕ່າງໆ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ເພີ່ມທະວີຄວາມສາມາດໃນການແຂ່ງຂັນຂອງພາກທຸລະກິດ.

 

ຄູ່ຮ່ວມມື

         

© 2024 ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ . ສະຫງວນລິຂະສິດ

ການປັບປຸງຫຼ້າສຸດ: ວັນພຸດ, 24 ເດຶອນມັງກອນ 2024

ຜູ້ເຂົ້າຊົມທັງໝົດ: 1521310 | 30 ວັນທີ່ຜ່ານມາ: 12200
ມື້ວານນີ້: 2580 | ມື້​ນີ້: 34 | ເບິ່ງສະຖິຕິເພີ່ມຕື່ມຈາກຖານຂໍ້ມູນວິສາຫະກິດ

ສະຖິຕິຜູ້ເຂົ້າຊົມເວັບໄຊ

ລວມ
ຜູ້ເຂົ້າຊົມ: 1521310
ຂໍ້ມູນຕາມກິດຈະການ: 15687
ພາກສ່ວນຮັບຜິດຊອບ: 650
ການຂໍອະນຸຍາດ: 493990
ເບິ່ງເອກະສານທາງດ້ານພິທີການ: 635819
30 ວັນທີ່ຜ່ານມາ
ຜູ້ເຂົ້າຊົມ: 12200
ຂໍ້ມູນຕາມກິດຈະການ: 179
ພາກສ່ວນຮັບຜິດຊອບ: 2
ການຂໍອະນຸຍາດ: 3087
ເບິ່ງເອກະສານທາງດ້ານພິທີການ: 5439
ມື້ວານນີ້
ຜູ້ເຂົ້າຊົມ: 2580
ຂໍ້ມູນຕາມກິດຈະການ: 29
ພາກສ່ວນຮັບຜິດຊອບ: 1
ການຂໍອະນຸຍາດ: 805
ເບິ່ງເອກະສານທາງດ້ານພິທີການ: 1354
ມື້​ນີ້
ຜູ້ເຂົ້າຊົມ: 34
ຂໍ້ມູນຕາມກິດຈະການ: 0
ພາກສ່ວນຮັບຜິດຊອບ: 0
ການຂໍອະນຸຍາດ: 7
ເບິ່ງເອກະສານທາງດ້ານພິທີການ: 12
up
reset WAY cursor WAY contrast WAY Font size WAY Black and White WAY Links WAY