ກອງປະຊຸມຝືກອົບຮົມວຽກງານດ້ານເຕັກນິກໃນການປ້ອນ ຂໍ້ມູນ ແລະການນຳໃຊ້ເວັບໄຊຖານຂໍ້ມູນດ້ານ ລະບຽບການຂໍອະນຸຍາດດຳເນີນທຸລະກິດ ໃຫ້ກັບຂະແໜງການທີ່ກ່ຽວຂ້ອງ ຄັ້ງວັນທີ 05-06 ກັນຍາ2023, ທີຫ້ອງປະຊຸມຊັ້ນ 03 ກະຊວງ ອຄ

  • 12.09.2023
  • 25823
  • 0

 

ໃນຄາບເຊົ້າ ຂອງວັນທີ 05 ແລະ 06 ກັນຍາ 2023, ທີ່ຫ້ອງປະຊຸມຊັ້ນ 03 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ), ໄດ້ເປີດກອງປະຊຸມຝຶກອົບຮົມ ການປ້ອນຂໍ້ມູນ ເຂົ້າໃນເວັບໄຊຖານຂໍ້ມູນດ້ານລະບຽບການຂໍອະນຸຍາດດຳເນີນທຸລະກິດ www.bned.moic.gov.la, ພາຍໃຕ້ການເປັນປະທານຂອງທ່ານ ນາງ ວົງປະດິດ ວົງສະຫວາດ, ຮອງຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ (ທຄວ) ພ້ອມດ້ວຍຄະນະກອງເລຂາ ຈາກກົມ ທຄວ ແລະ ພາກສ່ວນທີ່ກ່ຽວຂ້ອງ. ໂດຍກອງປະຊຸມແມ່ນໄດ້ຈັດຂຶ້ນເປັນ 02 ວັນ ແລະ ມີຜູ້ເຂົ້າຮ່ວມຕາງໜ້າຈາກບັນດາຂະແໜງການທີ່ກ່ຽວຂ້ອງລວມທັງໝົດ 15 ຂະແໜງຄື:

1). ວັນທີ 05 ກັນຍາ2023 ປະກອບ 07ຂະແໜງ ການ: ພາຍໃນ, ການເງິນ, ຖະແຫຼງຂ່າວ, ວັດທະນະທໍາ ແລະ ສັງຄົມ, ແຮງງານ ແລະ ສະຫວັດດິການສັງຄົມ, ຍຸຕິທໍາ, ໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງພະລັງງານ ແລະ ບໍ່ແຮ່ ແລະ 2). ວັນທີ 06 ກັນຍາ 2023 ປະກອບມີ 08 ຂະແໜງການ: ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງປ້ອງກັນຄວາມສະຫງົບ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ, ກະຊວງປ້ອງກັນປະເທດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທະນາຄານແຫ່ງ ສປປ ລາວ

ຈຸດປະສົງ ຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຝຶກອົບຮົມຄວາມຮູ້ໃຫ້ແກ່ນັກສໍາມະນາກອນ ໃນການປ້ອນຂໍ້ມູນ ທີ່ຕິດພັນກັບການອອກໃບອະນຸຍາດດໍາເນີນທຸລະກິດທີ່ຂະແໜງການຕົນຮັບຜິດຊອບ ເປັນຕົ້ນ : ນິຕິກໍາຄ່າທໍານຽມ, ຄ່າໃຊ້ຈ່າຍ ແລະ ອື່ນໆທີ່ກ່ຽວຂ້ອງ ລົງໃນເວັບໄຊ www.bned.moic.gov.la ເພື່ອອໍານວຍຄວາມສະດວກໃຫ້ແກ່ທັງພາກລັດ ແລະ ພາກເອກະຊົນ ກໍ່ຄື ຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ສາມາດເຂົ້າເຖິງຂໍ້ມູນ ຂ່າວສານການລົງທຶນໄດ້ຢ່າງງ່າຍດາຍ ປະຫຍັດເວລາ ແລະ ຄ່າສິ້ນເປືອງໃນການເຂົ້າມາພົວພັນພັນຊອກ ຂໍ້ມູນດ້ວຍຕົນເອງ.

ໃນພິທີກ່າວເປີດກອງປະຊຸມຄັ້ງນີ້ ທ່ານປະທານໄດ້ ເນັ້ນໜັກໃຫ້ເຫັນເຖິງ ພາລະບົດບາດ ຄວາມສໍາຄັນຂອງເວັບໄຊດັ່ງກ່າວ ໃນການໃຊ້ເປັນເຄື່ອງມືທີ່ສໍາຄັນ ເພື່ອປະກອບສ່ວນຊຸກຍູ້ໃຫ້ບັນລຸເປົ້າໝາຍ ໃນການ    ຈັດຕັ້ງປະຕິບັດຕາມຄໍາສັ່ງນາຍົກ ລັດຖະມົນຕີ ເລກທີ 03/ນຍ, ລົງວັນທີ 21 ມັງກອນ 2020, ວ່າດ້ວຍການປັບປຸງວຽກງານການບໍລິການອອກໃບອະນຸຍາດດໍາເນີນທຸລະກິດ ແລະ ໃບອະນຸຍາດລົງທຶນ ໃນ ສປປ ລາວ. ທ່ານ ນາງ ວົງປະດິດ ວົງສະຫວາດ ໄດ້ກ່າວຊົມເຊີຍຂະແໜງການທີ່ກ່ຽວຂ້ອງ ທີ່ມີຄວາມເອົາໃຈໃສ່ໃນການເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ແລະ ຍັງໄດ້ຮຽກຮ້ອງໃຫ້ບັນດາຂະແໜງການເຫັນໄດ້ເຖິງການປ້ອນຂໍ້ມູນບັນດານິຕິກໍາ, ລະບຽບການຂອງຂະແໜງການຕົນທີ່ຕິດພັນກັບການອອກໃບອະນຸຍາດດໍາເນີນທຸລະກິດ ລົງເວັບໄຊເພື່ອໃຫ້ມີຂໍ້ມູນທີ່ຄົບຖ້ວນສົມບູນ.

ກອງປະຊຸມຝຶກອົບຮົມໄດ້ດໍາເນີນເປັນ ຈໍານວນ 02 ວັນ ( 5-6 ) ນັກວິທະຍາກອນ ຍັງໄດ້ນໍາສະເໜີເຖິງຄວາມເປັນມາ ແລະ ຄວາມສໍາຄັນຂອງເວັບໄຊ www.bned.moic.gov.la, ແນະນໍາລະບົບ ພ້ອມດ້ວຍສາທິດວິທີການນຳໄຊ້ແຕ່ລະຈຸດຢ່າງລະອຽດ , ມີການສ້າງ User ໃຫ້ນັກວິທະຍາກອນເພື່ອທົດລອງຕົວຈິງໃນການປ້ອນຂໍ້ມູນຕ່າງໆລົງໃສ່ເວັບໄຊດັ່ງກ່າວ. ກອງປະຊູມຄັ້ງນີ້ ໄດ້ຮັບການຊ່ວຍເຫລືອໂດຍ ໂຄງການ ສົ່ງເສີມສ້າງຄວາມເຂັ້ມແຂງດ້ານການແຂ່ງຂັນ ແລະ ການຄ້າ (ໂຄງການ LCT)  

 

 

ຄູ່ຮ່ວມມື

         

© 2024 ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ . ສະຫງວນລິຂະສິດ

ການປັບປຸງຫຼ້າສຸດ: ວັນພຸດ, 24 ເດຶອນມັງກອນ 2024

ຜູ້ເຂົ້າຊົມທັງໝົດ: 2149057 | 30 ວັນທີ່ຜ່ານມາ: 36229
ມື້ວານນີ້: 1255 | ມື້​ນີ້: 1282 | ເບິ່ງສະຖິຕິເພີ່ມຕື່ມຈາກຖານຂໍ້ມູນວິສາຫະກິດ

ສະຖິຕິຜູ້ເຂົ້າຊົມເວັບໄຊ

ລວມ
ຜູ້ເຂົ້າຊົມ: 2149057
ຂໍ້ມູນຕາມກິດຈະການ: 22374
ພາກສ່ວນຮັບຜິດຊອບ: 676
ການຂໍອະນຸຍາດ: 588633
ເບິ່ງເອກະສານທາງດ້ານພິທີການ: 974826
30 ວັນທີ່ຜ່ານມາ
ຜູ້ເຂົ້າຊົມ: 36229
ຂໍ້ມູນຕາມກິດຈະການ: 436
ພາກສ່ວນຮັບຜິດຊອບ: 4
ການຂໍອະນຸຍາດ: 8196
ເບິ່ງເອກະສານທາງດ້ານພິທີການ: 22123
ມື້ວານນີ້
ຜູ້ເຂົ້າຊົມ: 1255
ຂໍ້ມູນຕາມກິດຈະການ: 17
ພາກສ່ວນຮັບຜິດຊອບ: 0
ການຂໍອະນຸຍາດ: 231
ເບິ່ງເອກະສານທາງດ້ານພິທີການ: 815
ມື້​ນີ້
ຜູ້ເຂົ້າຊົມ: 1282
ຂໍ້ມູນຕາມກິດຈະການ: 8
ພາກສ່ວນຮັບຜິດຊອບ: 0
ການຂໍອະນຸຍາດ: 134
ເບິ່ງເອກະສານທາງດ້ານພິທີການ: 1015
up
reset WAY cursor WAY contrast WAY Font size WAY Black and White WAY Links WAY