ກອງປະຊຸມປຶກສາຫາລືກ່ຽວກັບວຽກງານປັບປຸງຂັ້ນຕອນ ການອອກໃບອະນຸຍາດດຳເນີນທຸລະກິດ ສຳລັບກິດຈະການທີ່ຕິດພັນກັບບັນຊີຄວບຄຸມ

  • 24.05.2023
  • 14417
  • 0

ໃນວັນທີ 23 ພຶດສະພາ ປີ 2023  ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ,  ໄດ້ເປີດກອງປະຊຸມຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ 1 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ອະພິສິດ ແສງສຸລິວົງ, ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ  ແລະ ທ່ານ ວັນທະນາ ນໍລິນທາ, ຫົວໜ້າກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ເຊິ່ງມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານທີ່ກ່ຽວຂ້ອງ ຈາກບັນດາຂະແໜງການທີ່ກ່ຽວຂ້ອງທັງໝົດ 13 ຂະແໜງການລວມທັງໝົດຜູ້ເຂົ້າຮ່ວມ 40 ທ່ານ ;

ຈຸດປະສົງຂອງກອງປະຊຸມນີ້ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນຈາກບັນດາຂະແໜງ ການທີ່ກ່ຽວຂ້ອງໃນການກໍານົດກິດຈະການທີ່ນອນໃນບັນຊີຄວບຄຸມ ແລະ ກິດຈະການທີ່ຕ້ອງຂໍໃບອະນຸຍາດດໍາເນີນທຸລະກິດ, ຂັ້ນຕອນການຂໍອະນຸຍາດລົງທຶນ ແລະ ຂັ້ນຕອນການຂໍໃບອະນຸຍາດດໍາເນີນທຸລະກິດ ທີ່ເຫັນວ່າຍັງມີຫລາຍປະເດັນທີ່ຍັງບໍ່ທັນຈະແຈ້ງທີ່ຕ້ອງໄດ້ແລກປ່ຽນ, ສ້າງຄວາມເປັນເອກະພາບກັນໃນລາຍລະອຽດຕື່ມ ທັ້ງນີ້ກໍ່ເພື່ອເປັນການຜັນຂະຫຍາຍ ຄໍາສັ່ງນາຍົກ ສະບັບເລກທີ 03/ນຍ ວ່າດ້ວຍການປັບປຸງວຽກງານການບໍລິການ ການອອກໃບອະນຸຍາດລົງທຶນ ແລະ ການອອກໃບອະນຸຍາດດໍາເນີນທຸລະກິດ ໃຫ້ມີຄວາມສະດວກ,ງ່າຍດາຍ, ຫລຸດຂັ້ນຕອນ ແລະ ຂັ້ນຂອດທີ່ບໍ່ຈໍາເປັນໃນການຂໍອະນຸຍາດດຳເນີນທຸລະກິດ.  

     ກອງປະຊຸມດັ່ງກ່າວ ທ່ານ ອະພິສິດ ແສງສຸລິວົງ, ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ  ໄດ້ກ່າວ ຕ້ອນຮັບແຂກດ້ວຍຄວາມອົບອຸ່ນ,ສະແດງຄວາມຂອບໃຈຕໍ່ແຂກທີ່ສະຫລະເວລາມາເຂົ້າຮ່ວມກອງປະຊຸມຕາມການເຊື້ອເຊີນ , ກ່າວຈຸດປະສົງ ແລະ ປະເດັນທີ່ຕ້ອງການແລກປ່ຽນສ້າງຄວາມເປັນເອກະພາບໃນກອງປະຊຸມ, ຫລັງຈາກນັ້ນ ທ່ານ ວັນທະນາ ນໍລິນທາ, ຫົວໜ້າກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ໄດ້ອະທິບາຍລະອຽດ ກ່ຽວກັບຈຸດປະສົງ, ເປົ້າໝາຍ, ຄວາມຈໍາເປັນໃນການສ້າງບັນຊີຄວບຄຸມ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ເຂົ້າໃຈແຈ້ງ, ຄະນະຮັບຜິດຊອບໃນການສ້າງບັນຊີກິດຈະການທີ່ຕ້ອງຂໍໃບອະນຸຍາດດໍາເນີນທຸລະກິດ ຈາກກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ລາຍງານຄວາມຄືບໜ້າ ແລະ ສະພາບໃນການສັງລວມບັນຊີ, ຕາງໜ້າຄະນະຮັບຜິດຊອບໃນການປັບປຸງ ແລະ ສັງລວມບັນຊີກິດຄວບຄຸມຈາກກົມສົ່ງເສີມການລົງທຶນ ໄດ້ລາຍງານຄວາມຄືບໜ້າ ແລະ ສະພາບໃນການປັບປຸງ ແລະ ສັງລວມບັນຊີ ແລະ ໄດ້ຮັບຟັງການນໍາສະເໜີການກໍານົດກິດຈະການໃນບັນຊີຄວບຄຸມ, ກິດຈະການທີ່ຕ້ອງຂໍໃບອະນຸຍາດດໍາເນີນທຸລະກິດຕາມຄວາມສ່ຽງ, ຕາມບົດຮຽນທີ່ດີ ຂອງຕ່າງປະເທດ ຈາກຊ່ຽວຊານພາຍໃນ ໃນການຊ່ວຍປັບປຸງຂັ້ນຕອນການຂໍໃບອະນຸຍາດດໍາເນີນທຸລະກິດ.

ຜ່ານການປະຊຸມປຶກສາຫາລື ເຫັນວ່າໄດ້ຮັບໝາກຜົນຕາມລະດັບຄາດໝາຍທີ່ຕັ້ງໄວ້ ເພາະເປັນການສ້າງຄວາມເປັນເອກະພາບ, ຄວາມເຂົ້າໃຈແຈ້ງຂຶ້ນຕື່ມ ໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ຜູ້ເຂົ້າຮ່ວມກອງປະ ຊຸມທັງໝົດ, ກອງປະຊຸມໄດ້ດໍາເນີນເປັນເວລາເຄີ່ງວັນ ແລະ ໄດ້ປິດລົງໃນເວລາ 12:00 ໂມງ ຂອງວັນດຽວກັນດ້ວຍຄວາມສະຫງ່າງາມ; 

 

 

 

 

 

 

ຄູ່ຮ່ວມມື

         

© 2024 ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ . ສະຫງວນລິຂະສິດ

ການປັບປຸງຫຼ້າສຸດ: ວັນພຸດ, 24 ເດຶອນມັງກອນ 2024

ຜູ້ເຂົ້າຊົມທັງໝົດ: 1522215 | 30 ວັນທີ່ຜ່ານມາ: 13105
ມື້ວານນີ້: 2580 | ມື້​ນີ້: 939 | ເບິ່ງສະຖິຕິເພີ່ມຕື່ມຈາກຖານຂໍ້ມູນວິສາຫະກິດ

ສະຖິຕິຜູ້ເຂົ້າຊົມເວັບໄຊ

ລວມ
ຜູ້ເຂົ້າຊົມ: 1522215
ຂໍ້ມູນຕາມກິດຈະການ: 15696
ພາກສ່ວນຮັບຜິດຊອບ: 650
ການຂໍອະນຸຍາດ: 494071
ເບິ່ງເອກະສານທາງດ້ານພິທີການ: 636471
30 ວັນທີ່ຜ່ານມາ
ຜູ້ເຂົ້າຊົມ: 13105
ຂໍ້ມູນຕາມກິດຈະການ: 188
ພາກສ່ວນຮັບຜິດຊອບ: 2
ການຂໍອະນຸຍາດ: 3168
ເບິ່ງເອກະສານທາງດ້ານພິທີການ: 6091
ມື້ວານນີ້
ຜູ້ເຂົ້າຊົມ: 2580
ຂໍ້ມູນຕາມກິດຈະການ: 29
ພາກສ່ວນຮັບຜິດຊອບ: 1
ການຂໍອະນຸຍາດ: 805
ເບິ່ງເອກະສານທາງດ້ານພິທີການ: 1354
ມື້​ນີ້
ຜູ້ເຂົ້າຊົມ: 939
ຂໍ້ມູນຕາມກິດຈະການ: 9
ພາກສ່ວນຮັບຜິດຊອບ: 0
ການຂໍອະນຸຍາດ: 88
ເບິ່ງເອກະສານທາງດ້ານພິທີການ: 664
up
reset WAY cursor WAY contrast WAY Font size WAY Black and White WAY Links WAY