ໃບອະນຸຍາດ ຕິດຕັ້ງສະຖານີການສື່ສານຜ່ານດາວທຽມພາກພື້ນດິນ
License for Land Satellite Station Installation
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ອື່ນໆ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 14.10.2020 | |
| ພາກສ່ວນຮັບຜິດຊອບ | ກົມຄື້ນຄວາມຖີ່1
|
|
| LSIC | J - ຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງ ຕິດຕັ້ງສະຖານີສື່ສານຜ່ານດາວທຽມພາກພື້ນດິນ ທຸກຊະນິດ ຕ້ອງໄດ້ຮັບອະນຸຍາດຈາກ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ຍົກເວັ້ນອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມ DTH) |
|
| ເງື່ອນໄຂໃນການຂໍເອກະສານ |
1. ມີທະບຽນວິສາຫະກິດ ສຳລັບຜູ້ທີ່ມີຈຸດປະສົງນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານເພື່ອດຳເນີນທຸລະກິດໃດນື່ງ; 2.ມີຖານະການເງິນທີ່ໜັ້ນຄົງ; 3. ການນຳໃຊ້ນັ້ນແມ່ນສອດຄ່ອງກັບນະໂຍບາຍ, ແຜນຍຸດທະສາດ ແລະ ແຜນຜັງແຫ່ງຊາດ ກ່ຽວກັບຄື້ນຄວາມຖີ່ວິທະຍຸສື່ສານ; 4. ມີແຜນນຳໃຊ້, ພັດທະນາ ແລະ ແຜນການດຳເນີນກິດຈະການຂອງຕົນ; 5. ຮັບປະກັນມາດຕະຖານເຕັກນິກ; 6. ໄດ້ຮັບສິດໃນການໃຫ້ບໍລິການສື່ສານຜ່ານດາວທຽມສຳລັບດາວທຽມຕ່າງປະເທດ; 7.ເງື່ອນໄຂອື່ນຕາມແຕ່ລະປະເພດສື່ສານ |
|
| ຄໍາເຫັນເພີ່ມເຕີມ |
ການດຳເນີນທຸລະກິດກ່ຽວກັບການສື່ສານຜ່ານດາວທຽມແມ່ນມີຫຼາຍປະເພດ ສະນັ້ນ, ການອອກໃບອະນຸຍາດແຕ່ລະປະເພດ ແມ່ນ ຕ້ອງສະໜອງຂໍ້ມູນທາງດ້ານເຕັກນິກທີ່ແຕກຕ່າງກັນ |
|
| ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ | ||||
|---|---|---|---|---|
| ຊື່ | ເລກທີ | ລົງວັນທີ | ໝາຍເຫດ | |
| ດຳລັດວ່າດ້ວຍການສື່ສານຜ່ານດາວທຽມ | 471/ລບ | 27.12.2019 | ພາກທີ IV ທຸລະກິດກ່ຽວກັບການສື່ສານຜ່ານດາວທຽມ ມາດຕາ 40-45 | |
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງ | ຕາມແບບພິມຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານໄດ້ກຳນົດໄວ້ |
|||
| ແຜນພັດທະນາເຄືອຂ່າຍ ແລະ ແຜນການດໍາເນີນກິດຈະການຂອງຕົນ | ສຳລັບຜູ້ດຳເນີນທຸລະກິດ |
|||
| ບົດວິພາກເສດຖະກິດເຕັກນິກ | ກຳນົດຂໍ້ມູນຊັດເຈນກ່ຽວກັບດາວທຽມທີ່ນຳໃຊ້ |
|||
| ສັນຍາຮ່ວມທຶນ | ||||
| ສຳເນົາໃບທະບຽນວິສາຫະກິດ | ຫຼື ໃບອະນຸບຍາດສ້າງຕັ້ງ |
|||
| ເອກະສານອື່ນໆທີ່ກ່ຽວຂ້ອງ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມຄື່ນຄວາມຖີ່, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 15 | |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ບໍ່ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 12 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ຜູ້ດຳເນີນກິດຈະການການສື່ສານຜ່ານດາວທຽມ ສາມາດຂໍຕໍ່ອາຍຸໃບອະນຸຍາດ ຊຶ່ງຕອ້ງຢື່ນຄຳຮອ້ງ ແລະ ເອກະສານ ປະກອບ 60 ວັນກ່ອນວັນໝົດອາຍຸນຳໃຊ້. ການຂໍຕໍ່ອາຍຸດັ່ງກ່າວຈະໄດ້ຮັບການພິຈາລະນາ ກໍຕໍ່ເມື່ອຜູ້ນຳໃຊ້ ປະຕິບັດຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນໃບອະນຸຍາດ, ປະຕິບັດພັນທະ, ເສຍຄ່າທຳນຽມ ແລະ ຄ່າບໍລິການຢ່າງຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 100000.00 | 100000.00 | 0.00 | 200000.00 |
| ຄຳເຫັນ |
ອີງຕາມລັດຖະບັນຍັດປະທານປະເທດ ເລກທີ 003/ປປທ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 100000.00 | 50000.00 | 0.00 | 150000.00 |
| ຄຳເຫັນ |
ອີງຕາມລັດຖະບັນຍັດປະທານປະເທດ ເລກທີ 003/ປປທ |
|||





