ໃບອະນຸຍາດນຳເຂົ້າວັດຖຸດິບເພື່ອການຜະລິດ ແລະ ປຸງແຕ່ງ
License to Import Raw Material for Manufacturing and Processing
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ອື່ນໆ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 08.12.2020 | |
| ພາກສ່ວນຮັບຜິດຊອບ | ກົມອາຫານ ແລະ ຢາ
|
|
| LSIC | Q - ການເຄື່ອນໄຫວກ່ຽວກັບສຸຂະພາບມະນຸດ ແລະ ວຽກງານທາງສັງຄົມ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບໍລິສັດທີ່ດຳເນີນທຸລະກິດດ້ານຢາພື້ນເມືອງແລະຜະລິດຕະພັນເສີມສຸຂະພາບ, ໂຮງງານຜະລິດແລະຫ້ອງປຸງແຕ່ງທີ່ໄດ້ຂື້ນທະບຽນຜະລິດຕະພັນດັ່ງກ່າວນຳກົມອາຫານແລະຢາ ກະຊວງສາທາລະນະສຸກ ຢ່າງຖືກຕ້ອງຕາມລະບຽບການແລ້ວ. |
|
| ເງື່ອນໄຂໃນການຂໍເອກະສານ |
ຜູ້ສະເໜີຂໍຕ້ອງໄດ້ປະກອບໃບ Purchase Order ສິນຄ້າ ແລ້ວສົ່ງຫາປະເທດຕົ້ນທາງ, ປະເທດຕົ້ນທາງຕ້ອງເຮັດ Packing List ແລະ Invoice ທີ່ຖືກຕ້ອງຕາມລະບຽບການແລ້ວມາຍື່ນນຳກົມອາຫານ ແລະ ຢາກະຊວງສາທາລະນະສຸກເພື່ອອອກໃບອະນຸຍາດນຳເຂົ້າໃຫ້ |
|
| ຄໍາເຫັນເພີ່ມເຕີມ |
- ໃບອະນຸຍາດນີ້ສາມາດນຳໃຊ້ໄດ້ເທື່ອດຽວ - ກ່ອນການອະນຸຍາດນຳເຂົ້າຕ້ອງໄດ້ກັບການກວດກາຈາກເຈົ້າໜ້າທີ່ອາຫານ ແລະ ຢາ ປະຈຳດ່ານ - ຫ້າມປອມແປງຫຼືນຳໃຊ້ໃນທາງທີ່ບໍ່ຖືກຕ້ອງ, ຖ້າຜູ້ໃດລະເມີດຈະໄດ້ຮັບໂທດຕາມກົດໝາຍ |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບສະເໜີ | ||||
| Packing List | ||||
| ໃບ Invoice | ||||
| ໃບຢັ້ງຢືນການຂື້ນທະບຽນຜະລິດຕະພັນ | ຈາກກົມອາຫານແລະຢາ ກະຊວງສາທາລະນະສຸກ ທີ່ມີອາຍຸການນຳໃຊ້ຢູ່ ຫຼື ຖ້າກໍລະນີໝົດອາຍຸແມ່ນທາງບໍລິສັດໄດ້ຍື່ນເອກະສານຂໍຕໍ່ທະບຽນແລ້ວ ຈຶ່ງອະນຸຍາດໃຫ້ນຳເຂົ້າໄດ້ |
|||
| Purchase Order | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ບໍ່ມີການຕໍ່ອາຍຸເອກະສານ | ||||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 3 | ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ຮັບຜິດຊອບໄລຍະເວລາໃນການພິຈາລະນາປົກກະຕິແມ່ນບໍ່ເກີນ 3 ວັນ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 0 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ໃບອະນຸຍາດມີອາຍຸການນຳໃຊ້ 10 ວັນ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 20000.00 | 0.00 | 5000.00 | 25000.00 |
| ຄຳເຫັນ |
ອີງຕາມລັດຖະບັນຍັດວ່າດ້ວຍຄ່າທຳນຽມແລະຄ່າບໍລິການ, ເລກທີ 003/ປປທ, ລົງວັນທີ 26.12.2012 (ໝວດທີ IX, ມາດຕາ 45-47, ໜ້າ 89-92) |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ບໍ່ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ | ||||





