ແມ່ຍິງໃນ ສປປ ລາວ

  • 42784

 

ແມ່ຍິງແມ່ນມີບົດບາດສຳຄັນຕໍ່ກັບການພັດທະນາເສດຖະກິດຂອງ ສປປ ລາວ.

ໃນ​ຂະ­ນະ​ທີ່ ສປປ ລາວ ໄດ້​ມີ​ການ​ພັດ­ທະ­ນາ​ໃນ​ຫຼາຍ​ຂະ­ແໜງ­ການ​ທີ່​ຕິດ​ພັນ​ກັບ​ການ​ພັດ­ທະ­ນາ​ດ້ານ​ເສດ­ຖະ­ກິດ​ຢ່າງ​ໂດດ​ເດັ່ນ, ແຕ່​ກໍ່​ຍັງ​ມີ​ຊ່ອງ​ຫວ່າງ​ຂອງ​ຄວາມ​ສະ­ເໝີ­ພາບ​ຍິງ​-​ຊາຍ​ຢູ່​ໃນ​ຫຼາຍ​ຕົວ​ຊີ້​ວັດ ໂດຍ​ສະ­ເພາະ​ແມ່ນ​ດ້ານ​ການ​ສຶກ­ສາ, ອັດ­ຕາ​ການ​ຮູ້​ໜັງ­ສື ແລະ ການ​ມີ​ສ່ວນ​ຮ່ວມ​ທາງ​ທຸ­ລະ​ກິດ. ປັດ​ໄຈ​ຕ່າງໆ​ເຫຼົ່າ​ນີ້​ແມ່ນ​ມີ​ຄວາມ​ສະ­ຫລັບ­ຊັບ­ຊ້ອນ ແລະ ອາດ​ຈະ​ເກີດ​ຈາກ​ການ­ຈັດ­ຕັ້ງ​ປະຕິ­ບັດ​ຕົວ​ຈິງ ທີ່​ບໍ່​ສອດ­ຄ່ອງ​ກັບ​ກົດ­ໝາຍ/ນິ­ຕິ​ກຳ.

ແທ້​ຈິງ​ແລ້ວ, ບົດ­ບາດ​ຍິງ​-​ຊາຍ​ໃນ ສປປ ລາວ ຖື​ວ່າ​ຈັດ​ຢູ່​ໃນ​ລຳ­ດັບ​ທີ່​ດີ​ໂດຍ​ອີງ­ໃສ່​ຕົວ​ຊີ້​ວັດ​ທາງ​ດ້ານ​ກົດ­ໝາຍ ແລະ ກົດ​ລະ­ບຽບ​ຕ່າງໆ, ເຊິ່ງ​ຊີ້​ບອກ​ວ່າ​ກົດ­ໝາຍ​ໃນ ສປປ ລາວ ເກືອບ​ທັງ​ໝົດ​ແມ່ນ​ຖື​ວ່າ​ສະ­ເໝີ­ພາບ​ທາງ​ດ້ານ​ບົດ­ບາດ​ຍິງ​-​ຊາຍ. ເຖິງ​ຢ່າງ­ໃດ​ກໍ່​ຕາມ, ແມ່­ຍິງ ແລະ ຜູ້​ຊາຍ​ມີ​ທ່າ​ອ່ຽງ​ທີ່​ຈະ​ສຸມ​ໃສ່​ໃນ​ຂະ­ແຫນງ­ການ​ທີ່​ແຕກ​ຕ່າງ​ກັນ, ປະ­ກອບ​ພ້ອມ​ໄປ​ດ້ວຍ​ລະ­ດັບ​ການ​ສຶກ­ສາ ແລະ ທັກ​ສະ​ທີ່​ບໍ່​ສະ​ເໝິ​ກັນ, ການ​ເຂົ້າ​ເຖິງ​ເຄືອ​ຂ່າຍ ແລະ ຂໍ້​ມູນ​ຂ່າວ­ສານ​ທີ່​ແຕກ​ຕ່າງ​ກັນ ແລະ ຄວາມ​ຮັບ­ຜິດ­ຊອບ​ທາງ​ດ້ານ​ວັດ​ທະ​ນະ​ທໍາ/ຄອບ­ຄົວ​ທີ່​ຕ່າງ​ກັນ, ເຊິ່ງ​ມີ​ທ່າ​ອ່ຽ​ງນໍາ​ໄປ​ສູ່​ລະ­ດັບ​ການ​ມີ​ສ່ວນ​ຮ່ວມ​ເຂົ້າ​ໃນ​ເສດ­ຖະ­ກິດ​ທີ່​ແຕກ​ຕ່າງ​ກັນ ລະ­ຫວ່າງ​ແມ່­ຍິງ ແລະ ຜູ້​ຊາຍ

ສປປ ລາວ ມີ​ຂອບ ແລະ ລະ­ບົບ​ກົດ­ໝາຍ ທີ່​ເຂັ້ມ­ແຂງ ເພື່ອ​ສະ­ໜັບ­ສະ­ໜູນ​ຄວາມ​ສະ­ເໝີ­ພາບ​ລະ­ຫວ່າງ​ຍິງ​-​ຊາຍ. ຢ່າງ­ໃດ​ກໍ່​ຕາມ, ໃນ​ຂະ­ນະ​ທີ່​ກົດ­ຫມາຍ ແລະ ນະ­ໂຍ­ບາຍ​ແມ່ນ​ຂ້ອນ​ຂ້າງ​ບໍ່​ລຳ­ອຽງ​ກ່ຽວ​ກັບ​ບົດ­ບາດ​ຍິງ​ຊາຍ, ຜົນ​ໄດ້​ຮັບ​ທີ່​ຕາມ​ມາ​ແມ່ນ​ມີ​ຄວາມ​ແຕກ​ຕ່າງ​ກັນ​ລະ­ຫວ່າງ​ຜູ້​ຊາຍ ແລະ ແມ່​ຍິງ. ໂດຍ​ສະ­ເລ່ຍ​ແລ້ວ, ແມ່­ຍິງ​ໃນ ສປປ ລາວ​ມີ​ທ່າ​ອ່ຽງ​ທີ່​ຈະ​ສະ­ແດງ​ອອກ​ເຖິງ​ລະ­ດັບ​ການ​ຮູ້​ໜັງ­ສື ແລະ ຜົນ­ສຳ­ເລັດ​ດ້ານ​ການ​ສຶກ­ສາ​ທີ່​ຕໍ່າ​ກວ່າ. ຄວາມ​ແຕກ​ຕ່າງ​ອັນ​ນີ້​ແມ່ນ​ກວ້າງ​ຂຶ້ນ​ເມື່ອ​ທຽບ­ໃສ່​ແມ່­ຍິງ​ຢູ່​ເຂດ​ນອກ​ນະຄອນ­ຫຼວງ​ວຽງ​ຈັນ. ​ໃນ​ຂະ​ນະ​ດຽວ​ກັນ, ຜູ້​ປະ­ກອບ​ການ​ຍິງ​ໃນ ສປປ ລາວ ມີ​ທ່າ​ອ່ຽງ​ທີ່​ຈະ​ສຸມ​ໃສ່​ໃນ​ວິ​ສາ​ຫະ​ກິດ​ທີ່​ນ້ອຍ​ກວ່າ, ມຸ່ງ​ໄປ​ໃນ​ຂົງ­ເຂດ​ການ​ບໍ­ລິ­ການ, ມີ​ຄວາມ​ແຕກ​ຕ່າງ​ກັນ​ໃນ​ການ​ເປັນ​ຕົວ​ແທນ​ຢູ່​ໃນ​ແຕ່​ລະ​ພາກ ແລະ ມີ​ສ່ວນ​ຮ່ວມ​ໃນ​ການ​ຄ້າ​ໃນ​ລະ­ດັບ​ໃດ​ໜຶ່ງ  ສ່ວນຜູ້​ຊາຍ​ມີ​ທ່າ​ອ່ຽງ​ທີ່​ຈະ​ແນ­ໃສ່​ຂະ­ແໜງ­ການ​ການ​ກໍ່­ສ້າງ, ການ​ຂົນ­ສົ່ງ ແລະ ຄຸ້ມ​ຄອງ​ສາງ, ພະ­ລັງ­ງານ​ໄຟ­ຟ້າ ແລະ ການ​ຂຸດ​ຄົ້ນ​ບໍ່​ແຮ່​ຫຼາຍ​ກວ່າ, ກໍ່​ຄື​ວິ​ສາ​ຫະ​ກິດ​ຂະ­ຫນາດ​ກາງ ແລະ ໃຫຍ່​.

ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ (ກຊອຄ) ມີ​ຄວາມ​ໝາຍ​ໝັ້ນ​ຈະ​ແກ້​ໄຂ​ບັນ­ດາ​ສິ່ງ​ທ້າ​ທາຍ​ສະ­ເພາະ​ທີ່​ກະ­ທົບ​ເຖິງ​ວິ​ສາ​ຫະ​ກິດ ທີ່​ນັກ­ທຸ­ລະ­ກິດ​ຍິງ​ເປັນ​ເຈົ້າ​ຂອງ ແລະ ບໍ­ລິ­ຫານ, ໂດຍ​ຜ່ານ​ການ​ສະ­ໜັບ­ສະ­ໜູນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ບັນ­ດາ​ນະ­ໂຍ­ບາຍ ແລະ ວຽກ​ງານ​ຕ່າງໆ​ທີ່​ເປັນ​ໄປ​ໄດ້ ເພື່ອ​ຫລຸດ­ຜ່ອນ​ບັນ­ດາ​ຂໍ້​ຈຳ­ກັດ​ດັ່ງ­ກ່າວ ແລະ ບັນ­ເທົາ​ຜົນ​ກະ­ທົບ​ອັນ​ຫຍໍ້­ທໍ້​ທີ່​ອາດ​ເກີດ​ຂຶ້ນ​ຈາກ​ການ­ເຄື່ອນ­ໄຫວ​ທາງ​ເສດ­ຖະ­ກິດ​ທີ່​ເພີ່ມ​ຂືຶ້ນ​ຕໍ່​ກັບ​ຄວາມ​ສະ­ເໝີ­ພາບ​ລະ­ຫວ່າງ​ຍິງ​-​ຊາຍ.

ເວັບໄຊນີ້ຈະເປັນອີກຊ່ອງທາງໜຶ່ງໃນການສົ່ງເສີມການດຳເນີນທຸລະກິດຂອງນັກທຸລະກິດຍິງໃຫ້ຫຼາຍຂຶ້ນດ້ວຍການສົ່ງເສີມຄວາມໂປ່ງໃສ ແລະ ປະສິດທິຜົນຕໍ່ກັບການເຂົ້າເຖິງບັນດາກົດໝາຍ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງກັບການດຳເນີນທຸລະກິດໃນ ສປປ ລາວ.

ຄູ່ຮ່ວມມື

         

© 2024 ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ . ສະຫງວນລິຂະສິດ

ການປັບປຸງຫຼ້າສຸດ: ວັນພຸດ, 24 ເດຶອນມັງກອນ 2024

ຜູ້ເຂົ້າຊົມທັງໝົດ: 1510464 | 30 ວັນທີ່ຜ່ານມາ: 27101
ມື້ວານນີ້: 687 | ມື້​ນີ້: 667 | ເບິ່ງສະຖິຕິເພີ່ມຕື່ມຈາກຖານຂໍ້ມູນວິສາຫະກິດ

ສະຖິຕິຜູ້ເຂົ້າຊົມເວັບໄຊ

ລວມ
ຜູ້ເຂົ້າຊົມ: 1510464
ຂໍ້ມູນຕາມກິດຈະການ: 15528
ພາກສ່ວນຮັບຜິດຊອບ: 648
ການຂໍອະນຸຍາດ: 491151
ເບິ່ງເອກະສານທາງດ້ານພິທີການ: 631043
30 ວັນທີ່ຜ່ານມາ
ຜູ້ເຂົ້າຊົມ: 27101
ຂໍ້ມູນຕາມກິດຈະການ: 409
ພາກສ່ວນຮັບຜິດຊອບ: 3
ການຂໍອະນຸຍາດ: 7741
ເບິ່ງເອກະສານທາງດ້ານພິທີການ: 11986
ມື້ວານນີ້
ຜູ້ເຂົ້າຊົມ: 687
ຂໍ້ມູນຕາມກິດຈະການ: 13
ພາກສ່ວນຮັບຜິດຊອບ: 0
ການຂໍອະນຸຍາດ: 92
ເບິ່ງເອກະສານທາງດ້ານພິທີການ: 356
ມື້​ນີ້
ຜູ້ເຂົ້າຊົມ: 667
ຂໍ້ມູນຕາມກິດຈະການ: 7
ພາກສ່ວນຮັບຜິດຊອບ: 0
ການຂໍອະນຸຍາດ: 156
ເບິ່ງເອກະສານທາງດ້ານພິທີການ: 307
up
reset WAY cursor WAY contrast WAY Font size WAY Black and White WAY Links WAY