ກອງປະຊຸມຄະນະປະສານງານປັບປຸງຂໍ້ມູນລົງເວບໄຊ ຖານຂໍ້ມູນດ້ານລະບຽບການຂໍອະນຸຍາດດໍາເນີນທຸລະກິດ ຢູ່ ສປປ ລາວ ຄັ້ງວັນທີ 19 ທັນວາ 2023, ທີ່ ໂຮງແຮມ ທະວີສຸກ, ເມືອງວັງວຽງ, ແຂວງວຽງຈັນ

  • 20.12.2023
  • 5238
  • 0

ໃນວັນທີ 19 ທັນວາ 2023, ເວລາ 08:30-16:00 ໂມງ ທີ່ ໂຮງແຮມ ທະວີສຸກ, ເມືອງວັງວຽງ, ແຂວງວຽງຈັນ, ກົມທະບຽນວິສາຫະກີດ (ກົມ ທວ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະປະສານງານປັບປຸງຂໍ້ມູນລົງເບໄຊຖານຂໍ້ມູນດ້ານລະບຽບການຂໍອະນຸຍາດດໍາເນີນທຸລະກິດ ຢູ່ ສປປ ລາວ(www.bned.moic.gov.la), ພາຍໃຕ້ການເປັນປະທານຂອງທ່ານ ນາງ ວົງປະດິດ ວົງສະຫວາດ, ຮອງຫົວໜ້າກົມ ພ້ອມດ້ວຍຄະນະກອງເລຂາຈາກ ກົມ ທວ,ຕາງໜ້າບັນດາພະແນກພາຍໃນກົມ,ຄະນະປະສານງານປັບປຸງຂໍ້ມູນຈາກພາກສ່ວນທີ່ກ່ຽວຂ້ອງພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຈາກ 15 ຂະແໜງການທີ່ອອກອະນຸຍາດດໍາເນີນທຸລະກິດ ( ລວມຜູ້ເຂົ້າຮ່ວມທັງໝົດ 37 ທ່ານ).

ໃນພິທີກ່າວເປີດກອງປະຊຸມ ທ່ານປະທານກ່າວຈຸດປະສົງຂອງການຈັດກອງປະຊຸມ ແລະ ໄດ້ຢໍ້າຄືນເຖິງ ຄວາມຫມາຍຄວາມສໍາຄັນຂອງເວບໄຊຖານຂໍ້ມູນ www.bned.moic.gov.la  ໃນການຊຸກຍູ້ການຈັດຕັ້ງປະຕິບັດ ຄໍາສັ່ງນາຍົກລັດຖະມົນຕີ ເລກທີ 03/ນຍ, ລົງວັນທີ 21 ມັງກອນ 2020, ວ່າດ້ວຍການປັບປຸງວຽກງານການບໍລິການອອກໃບອະນຸຍາດດໍາເນີນທຸລະກິດ ແລະ ໃບອະນຸຍາດລົງທຶນໃນ ສປປ ລາວ. ພ້ອມທັງ, ພາລະບົບບາດຂອງຄະນະປະສານງານ ທີ່ປະກອບມີຕາງໜ້າຈາກທຸກຂະແໜງການທີ່ອອກອະນຸຍາດດໍາເນີນທູລະກິດ ໃນການປັບປຸງຂໍ້ມູນ ບັນດານິຕິກຳ, ລະບຽບການ,​ ຂັ້ນຕອນ, ກຳນົດເວລາ, ຄ່າໃຊ້ຈ່າຍ, ເອກະສານປະກອບຕ່າງໆ ທີ່ຕິດພັນກັບການອອກ ອະນຸຍາດຂະແໜງການຕົນ ໃນເວບໄຊຖານຂໍ້ມູນດັ່ງກ່າວ.

ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການລາຍງານຂອງບັນດາຂະແໜງການກ່ຽວກັບຄວາມຄືບໜ້າໃນການປ້ອນຂໍ້ມູນການອອກໃບອະນຸຍາດດໍາເນີນທຸລະກິດຂອງຂະແໜງການຕົນ ລົງໃນເວບໄຊຖານຂໍ້ມູນ www.bned.moic.gov.la,  ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ດ້ານຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີ ເພື່ອປັບປຸງແກ້ໄຂຂໍ້ມູນໃນເບໄຊຖານຂໍ້ມູນດັ່ງກ່າວໃຫ້ມີຄວາມຖືກຕ້ອງ, ຄົບຖ້ວນສົມບູນ, ສາມາດອໍານວຍຄວາມສະດວກ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ພາກທຸລະກິດ ຕໍ່ກັບການບໍລິການຂອງພາກລັດ.

ຜົນກອງປະຊຸມ ທ່ານປະທານກອງປະຊຸມໄດ້ກ່າວຂອບໃຈ ແລະ ຍ້ອງຂໍຊົມເຊີຍທີ່ຂະແໜງການທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ຮ່ວມມືຈັດຕັ້ງປະຕິບັດວຽກງານດັ່ງກ່າວດ້ວຍຄວາມຕັ້ງໜ້າ, ເຖິງຢ່າງໃດກໍ່ຕາມ ສະເໜີໃຫ້ຂະແໜງການກ່ຽວຂ້ອງສືບຕໍ່ເອົາໃຈໃສ່ໃນການປ້ອນຂໍ້ມູນລົງໃນເວບໄຊເປັນຕົ້ນ: ກົດໝາຍ,ນິຕິກໍາ , ລະບຽບການ ແລະ ຂໍ້ມູນຕ່າງຕ່າງທີ່ຕິດພັນກັບການອອກໃບອະນຸຍາດດໍາເນີນທຸລະກິດຂອງຂະແໜງການຕົນ .

 

ຄູ່ຮ່ວມມື

         

© 2024 ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ . ສະຫງວນລິຂະສິດ

ການປັບປຸງຫຼ້າສຸດ: ວັນພຸດ, 24 ເດຶອນມັງກອນ 2024

ຜູ້ເຂົ້າຊົມທັງໝົດ: 1530499 | 30 ວັນທີ່ຜ່ານມາ: 13645
ມື້ວານນີ້: 311 | ມື້​ນີ້: 0 | ເບິ່ງສະຖິຕິເພີ່ມຕື່ມຈາກຖານຂໍ້ມູນວິສາຫະກິດ

ສະຖິຕິຜູ້ເຂົ້າຊົມເວັບໄຊ

ລວມ
ຜູ້ເຂົ້າຊົມ: 1530499
ຂໍ້ມູນຕາມກິດຈະການ: 15787
ພາກສ່ວນຮັບຜິດຊອບ: 651
ການຂໍອະນຸຍາດ: 497186
ເບິ່ງເອກະສານທາງດ້ານພິທີການ: 639729
30 ວັນທີ່ຜ່ານມາ
ຜູ້ເຂົ້າຊົມ: 13645
ຂໍ້ມູນຕາມກິດຈະການ: 151
ພາກສ່ວນຮັບຜິດຊອບ: 3
ການຂໍອະນຸຍາດ: 4565
ເບິ່ງເອກະສານທາງດ້ານພິທີການ: 6081
ມື້ວານນີ້
ຜູ້ເຂົ້າຊົມ: 311
ຂໍ້ມູນຕາມກິດຈະການ: 2
ພາກສ່ວນຮັບຜິດຊອບ: 0
ການຂໍອະນຸຍາດ: 101
ເບິ່ງເອກະສານທາງດ້ານພິທີການ: 131
ມື້​ນີ້
ຜູ້ເຂົ້າຊົມ: 0
ຂໍ້ມູນຕາມກິດຈະການ: 0
ພາກສ່ວນຮັບຜິດຊອບ: 0
ການຂໍອະນຸຍາດ: 0
ເບິ່ງເອກະສານທາງດ້ານພິທີການ: 0
up
reset WAY cursor WAY contrast WAY Font size WAY Black and White WAY Links WAY