ດາວໂຫຼດຂໍ້ມູນ

ໃບຢັ້ງຢືນ ການກວດສອບລົດບັນທຸກນໍ້າມັນເຊື້ອໄຟ

Certificate of Fuel Tanker Inspection

ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ
ຊື່ຂອງແບບຟອມ ໃບຢັ້ງຢືນ ການກວດສອບລົດບັນທຸກນໍ້າມັນເຊື້ອໄຟ
ປະເພດເອກະສານ ໃບຢັ້ງຢືນ
ວັນທີແກ້ໄຂຂໍ້ມູນລ່າສຸດ 02.01.2018
ພາກສ່ວນຮັບຜິດຊອບ ກົມມາດຕະຖານ ແລະ ວັດແທກ
(021 ;)
LSIC D - ການສະໜອງໄຟຟຟ້າ, ອາຍແກັສ ແລະ ອາຍເຢັນ
ຜູ້ທີ່ສາມາດຍື່ນຂໍເອກະສານ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດທີ່ດຳເນີນທຸລະກິດກ່ຽວກັບການບໍລີການລົດຂົນສົ່ງນໍ້າມັນເຊື້ອໄຟທຸກປະເພດ ຢູ່ພາຍໃນ ສປປ ລາວ ແມ່ນຕ້ອງໄດ້ຂື້ນທະບຽນ ແລະ ກວດສອບຄວາມຖືກຕ້ອງຈາກກົມມາດຕະຖານ ແລະ ວັດແທກ ກ່ອນການໃຫ້ບໍລິການ.
ເງື່ອນໄຂໃນການຂໍເອກະສານ
ຜູ້ຂໍໃບອະນຸຍາດຕ້ອງເປັນບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີໃບອະນຸຍາດດຳເນີນທຸລະກິດຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ.
ຄໍາເຫັນເພີ່ມເຕີມ

                                                    

ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ
ຊື່ ເລກທີ ລົງວັນທີ ໝາຍເຫດ
ກົດໝາຍວ່າດ້ວຍການວັດແທກ (ສະບັບປັບປຸງ) 36/ສພຊ 13.12.2013 ໝວດທີ 3 ເຄື່ອງມື ແລະ ອຸປະກອນວັດແທກ. ມາດຕາ 21 (ປັບປຸງ) ການຈົດທະບຽນ ເຄື່ອງມື ແລະ ອຸປະກອນວັດແທກ.
ລັດຖະບັນຍັດຂອງປະທານປະເທດ ສປປ ລາວ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ 003/ປທທ 26.12.2012 ມາດຕາ 74 (9.5) ຄ່າບໍລິການ ກວດສອບລົດບັນທຸກນໍ້າມັນເຊື້ອໄຟ
ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງລົດບັນທຸກນໍ້າມັນເຊື້ອໄຟ ຢູ່ ສປປ ລາວ 1397/ກວຕ 27.12.2016 ມາດຕາ 10, 11,,12,13,14 & 15

ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງ​ທໍາ​ອິດ
ຊື່ ປະເພດ ໝາຍເຫດ
ໃບ​ສະ​ເໝີ ການກະ ທຳ ທີ່ຢັ້ງຢືນ
  
ໃບທະບຽນວິສາຫະກິດ ການກະ ທຳ ທີ່ຢັ້ງຢືນ
 ຫຼື ໃບອະນຸຍາດດຳເນີນທຸລະກິດ 
ເອກະສານລົດ ການກະ ທຳ ທີ່ຢັ້ງຢືນ
  

ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ
ຊື່ ປະເພດ ໝາຍເຫດ
 
ຮູບແບບການຍື່ນເອກະສານ
ການຍື່ນເອກະສານ ຢູ່ທີ່ຫ້ອງການເຈົ້າຫນ້າທີ່
ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ ກົມມາດຕະຖານ ແລະ ວັດແທກ, ກະຊວງ ອຸດສາຫະກຳ ແລະ ການຄ້າ.
ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) 10 - ຄໍາຮ້ອງ ຂໍໃບອະນຸຍາດ ຕ້ອງໄດ້ຮັບການພິຈາລະນາ ພາຍໃນ 3 ວັນລັດຖະການ. - ພາຍຫຼັງເອກະສານຄົບຖ້ວນ ຈະໄດ້ດຳເນີນການກວດສອບຄວາມຖືກຕ້ອງ ແລະ ອອກໃບຢັ້ງຢືນ ບໍ່ໃຫ້ເກີນ 7 ວັນລັດຖະການ ພາຍຫລັງໄດ້ຮັບໃບສະເໜີເປັນຕົ້ນໄປ
 
ການຕໍ່ອາຍຸເອກະສານ
ເອກະສານມີກຳນົດອາຍຸ ຫຼື ບໍ່? ມີ
ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? 12
ມີຂັ້ນຕອນແລະເງື່ອນໄຂແນວໃດເພື່ອໃຫ້ໄດ້ຮູບແບບ?
ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ ການຢັ້ງຢືນຜົນການສອບທຽບແມ່ນມີອາຍຸ 12 ເດືອນ ແລ້ວໃຫ້ກວດຄືນໃໝ່
 
ຄ່າທຳນຽມສຳລັບການຍື່ນຂໍເອກະສານ
ມີຄ່າໃຊ້ຈ່າຍ ຫຼື ບໍ່ ຄ່າບໍລິການ ຄ່າທຳນຽມທາງວິຊາການ ຄ່າໃບຄຳຮ້ອງ ຄ່າໃຊ້ຈ່າຍທັງໝົດ
ມີ 0 0 5,000 5,000
ຄຳເຫັນ
ອີງຕາມລັດຖະບັນຍັດ 003/ ປປທ, ມາດຕາ 74 (ຂໍ້ 9.5) ຄ່າບໍລິການ ແມ່ນອີງຕາມຂະໜາດບັນຈຸດັ່ງລຸ່ມນີ້:
- ຂະໜາດບັນຈຸແຕ່ 7,000 ລິດລົງມາ: 800,000 ກີບ
- ຂະໜາດບັນຈຸຫຼາຍກວ່າ 7,000 - 9,000 ລິດ: 950,000 ກີບ
- ຂະໜາດບັນຈຸຫຼາຍກວ່າ 9,000 - 12,000 ລິດ: 1,200,000 ກີບ
- ຂະໜາດບັນຈຸຫຼາຍກວ່າ 12,000 - 16,000 ລິດ: 1,400,000 ກີບ
- ຂະໜາດບັນຈຸຫຼາຍກວ່າ 16,000 - 24,000 ລິດ: 1,900,000 ກີບ
- ຂະໜາດບັນຈຸຫຼາຍກວ່າ 24,000 - 30,000 ລິດ: 2,300,000 ກີບ
- ຂະໜາດບັນຈຸຫຼາຍກວ່າ 30,000 - 35,000 ລິດ: 2,600,000 ກີບ
- ຂະໜາດບັນຈຸຫຼາຍກວ່າ 35,000 - 40,000 ລິດ: 3,000,000 ກີບ
- ຂະໜາດບັນຈຸຫຼາຍກວ່າ 40,000 ລິດຂຶ້ນໄປ: 3,500,000 ກີບ



 
ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ
ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? ຄ່າບໍລິການ ຄ່າທຳນຽມທາງວິຊາການ ຄ່າໃບຄຳຮ້ອງ ຄ່າໃຊ້ຈ່າຍທັງໝົດ
ມີ 0 0 5,000 5,000
ຄຳເຫັນ
ອີງຕາມລັດຖະບັນຍັດ 003/ ປປທ, ມາດຕາ 74 (ຂໍ້ 9.5) ຄ່າບໍລິການ ແມ່ນອີງຕາມຂະໜາດບັນຈຸດັ່ງລຸ່ມນີ້:
- ຂະໜາດບັນຈຸແຕ່ 7,000 ລິດລົງມາ: 800,000 ກີບ
- ຂະໜາດບັນຈຸຫຼາຍກວ່າ 7,000 - 9,000 ລິດ: 950,000 ກີບ
- ຂະໜາດບັນຈຸຫຼາຍກວ່າ 9,000 - 12,000 ລິດ: 1,200,000 ກີບ
- ຂະໜາດບັນຈຸຫຼາຍກວ່າ 12,000 - 16,000 ລິດ: 1,400,000 ກີບ
- ຂະໜາດບັນຈຸຫຼາຍກວ່າ 16,000 - 24,000 ລິດ: 1,900,000 ກີບ
- ຂະໜາດບັນຈຸຫຼາຍກວ່າ 24,000 - 30,000 ລິດ: 2,300,000 ກີບ
- ຂະໜາດບັນຈຸຫຼາຍກວ່າ 30,000 - 35,000 ລິດ: 2,600,000 ກີບ
- ຂະໜາດບັນຈຸຫຼາຍກວ່າ 35,000 - 40,000 ລິດ: 3,000,000 ກີບ
- ຂະໜາດບັນຈຸຫຼາຍກວ່າ 40,000 ລິດຂຶ້ນໄປ: 3,500,000 ກີບ



     
 

ຄູ່ຮ່ວມມື

         
up
reset WAY cursor WAY contrast WAY Font size WAY Black and White WAY Links WAY