ວີຊາທຸລະກິດ (NI-B2 ຫລື I-B2)
Business Visa (NI-B2 ຫລື I-B2)
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ອື່ນໆ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 01.11.2017 | |
| ພາກສ່ວນຮັບຜິດຊອບ | ກົມກົງສຸນ
|
|
| LSIC | ທຸກພາກສ່ວນ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ນັກທຸລະກິດຕ່າງປະເທດ ພ້ອມດ້ວຍສະມາຊິກຄອບຄົວ ທີ່ມາລົງທຶນ ຫລື ມາເກັບກໍາຂໍ້ມູນທາງດ້ານທຸລະກິດ ຢູ່ ສປປ ລາວ |
|
| ເງື່ອນໄຂໃນການຂໍເອກະສານ |
1. ວິສາຫະກິດທີ່ ນັກລົງທຶນຕ່າງປະເທດ ລົງທຶນ ຕ້ອງໄດ້ຮັບການສ້າງຕັ້ງຖືກຕ້ອງ ຕາມກົດໝາຍ ແຫ່ງ ສປປ ລາວ; 2. ນັກລົງທຶນຕ່າງປະເທດ ຕ້ອງມີຊື່ເປັນ ອໍານວຍການ ຫລື ຜູ້ຖືຮຸ້ນ ໃນທະບຽນວິສາຫະກິດ ຫລື ກົດລະບຽບຂອງວິສາຫະກິດ |
|
| ຄໍາເຫັນເພີ່ມເຕີມ |
ຂໍ້ມູນຂອງການຂໍວີຊາແຮງງານນີ້ ແມ່ນອີງຕາມການຄົ້ນຄວ້າຂອງຜູ້ເກັບກຳຂໍ້ມູນໂດຍອີງໃສ່ນິຕິກຳທີ່ກ່ຽວຂ້ອງ ແຕ່ຍັງບໍ່ທັນໄດ້ຮັບການຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງເທື່ອ. ສະນັ້ນຈຶ່ງເຮັດໃຫ້ການປະຕິບັດຕົວຈິງອາດຈະບໍ່ເປັນໄປຕາມຂໍ້ມູນທີ່ກຳນົດໄວ້. ກະລຸນາຕິດຕໍ່ຫາກົມກົງສຸນເພື່ອສອບຖາມຂໍ້ມູນເພີ່ມຕື່ມ. |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບສະເໝີ | ||||
| ໃບຢັ້ງຢືນການມອບພັນທະອາກອນປະຈຳປີ | ||||
| ສໍາເນົາພາດສະປອດ / ໜັງສືຜ່ານແດນ | ||||
| ໃບທະບຽນວິສາຫະກິດຂອງບໍລິສັດຈຳກັດ | ||||
| ໃບອະນຸຍາດພັກເຊົາສຳລັບນັກລົງທຶນຕ່າງປະເທດ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມກົງສຸນ, ກະຊວງການຕ່າງປະເທດ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 6 | ກົດໝາຍກ່ຽວຂ້ອງບໍ່ໄດ້ລະບຸໄລຍະເວລາໃນການພິຈາລະນາອອກວີຊາໄວ້ ແຕ່ເຈົ້າໜ້າທີ່ແຈ້ງວ່າ ໃນກໍລະນີເອກະສານຄົບຖ້ວນ ແມ່ນໃຊ້ໄລຍະເວລາໃນການພິຈາລະນາ 3 ວັນລັດຖະການ ຕໍ່ວີຊ່າ ທັງນີ້ ການຂໍວີຊາແມ່ນ ຕ້ອງໄດ້ຂໍເປັນ 2 ວີຊາ ຄື 1) ວີຊາເຂົ້າອອກປະເທດເທື່ອດຽວ ເພື່ອການຂໍບັດພັກເຊົາ; ແລະ 2) ວີຊາເຂົ້າອອກຫລາຍເທື່ອ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 60 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ໃນກໍລະນີປົກກະຕິ, ໃບອະນຸຍາດແມ່ນຈະອອກໃຫ້ ສໍາລັບ ໄລຍະເວລາ 12 ເດືອນ ຍົກເວັ້ນ ນັກລົງທຶນຕ່າງປະເທດ ທີ່ດໍາເນີນທຸລະກິດສໍາປະທານ ແລະ ໄດ້ຮັບການສົ່ງເສີມ ພາຍໃຕ້ກົດໝາຍ ວ່າດ້ວຍ ສົ່ງເສີມການລົງທຶນ, ໃບອະນຸຍາດຈະມີໄລຍະເວລາສູງສຸດ 60 ເດືອນ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 20000.00 | 1200000.00 | 25000.00 | 1245000.00 |
| ຄຳເຫັນ |
- ອີງຕາມລັດຖະບັນຍັດປະທານປະເທດ, ເລກທີ 003/ປທ - ສຳລັບຄ່າທຳນຽມຈະມີຄ່າທຳນຽມຂໍວີຊ່າກັບດ່ານແມ່ນຕັ້ງແຕ່ 20-42$ ຂຶ້ນກັບການເຂົ້າມາແຕ່ປະເທດໃດ (ອິງຕາມ ແຈ້ງການເລກທີ 256/ຕປທ.ກກສ1, ລົງວັນທີ 25 ກຸມພາ 2009) - ຄ່າບໍລິການວີຊ່າກັບດ່ານ ແມ່ນຄົນລະ 5,000 ກີບຕໍ່ຄົນ ແລະ ຄ່າບໍລິການສໍາລັບການອອກວີຊ່າຢູ່ ສະຖານທູດ ແລະ ສະຖານກົງສຸນໃຫຍ່ ຢູ່ຕ່າງປະເທດ ແມ່ນ 20,000 ກີບຕໍ່ສະບັບ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 20000.00 | 1200000.00 | 25000.00 | 1245000.00 |
| ຄຳເຫັນ |
- ອີງຕາມລັດຖະບັນຍັດປະທານປະເທດ, ເລກທີ 003/ປທ - ສຳລັບຄ່າທຳນຽມຈະມີຄ່າທຳນຽມຂໍວີຊ່າກັບດ່ານແມ່ນຕັ້ງແຕ່ 20-42$ ຂຶ້ນກັບການເຂົ້າມາແຕ່ປະເທດໃດ (ອິງຕາມ ແຈ້ງການເລກທີ 256/ຕປທ.ກກສ1, ລົງວັນທີ 25 ກຸມພາ 2009) - ຄ່າບໍລິການວີຊ່າກັບດ່ານ ແມ່ນຄົນລະ 5,000 ກີບຕໍ່ຄົນ ແລະ ຄ່າບໍລິການສໍາລັບການອອກວີຊ່າຢູ່ ສະຖານທູດ ແລະ ສະຖານກົງສຸນໃຫຍ່ ຢູ່ຕ່າງປະເທດ ແມ່ນ 20,000 ກີບຕໍ່ສະບັບ |
|||





