ໃບຢັ້ງຢືນຜົນການວິໄຈ
Certificate of Analysis
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບຢັ້ງຢືນ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 23.11.2020 | |
| ພາກສ່ວນຮັບຜິດຊອບ | ກົມອາຫານ ແລະ ຢາ
|
|
| LSIC | Q - ການເຄື່ອນໄຫວກ່ຽວກັບສຸຂະພາບມະນຸດ ແລະ ວຽກງານທາງສັງຄົມ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ປະສົງຢາກດຳເນີນທຸລະກິດທີ່ຕິດພັນກັບອາຫານ ແລະ ຢາ ຕ້ອງໄດ້ຮັບການຢັ້ງຢືນຜົນການວິໄຈຕົວຢ່າງ ຈາກສູນວິໄຈອາຫານ ແລະ ຢາ ເສຍກ່ອນ (ຕາມກົດໝາຍ). |
|
| ເງື່ອນໄຂໃນການຂໍເອກະສານ |
ມີສະໂນດນຳສົ່ງຈາກກົມອາຫານ ແລະ ຢາ / ຫົວໜ່ວຍທຸລະກິດ |
|
| ຄໍາເຫັນເພີ່ມເຕີມ | ||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ສະໂນດນຳສົ່ງຈາກກົມອາຫານ ແລະ ຢາ | ||||
| ຕົວຢ່າງຜະລິດຕະພັນ ຫຼື ເຄມີ ທີ່ປະສົງຢາກວິໄຈ | ປະລິມານ ແລະ ຈຳນວນຕົວຢ່າງທີ່ຕ້ອງການ ແມ່ນຕາມເງື່ອນໄຂທີ່ກຳນົດໄວ້ |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 0 | ໄລຍະເວລາໃນການວິໄຈແມ່ນຂຶ້ນກັບລາຍການທີ່ຕ້ອງການວິໄຈ (ຕົວຢ່າງ: ການວິໄຈນ້ຳດື່ມເພື່ອຈົດທະບຽນ ຫຼື ຕໍ່ທະບຽນ 14 ລາຍການ ຕາມຂໍ້ຕົກລົງວ່າດ້ວຍນ້ຳດື່ມໃນພາຊະນະບັນຈຸປິດ ແມ່ນຈະໃຊ້ເວລາປະມານ 1 ເດືອນ) |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ບໍ່ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 0 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | - ອີງຕາມຂໍ້ຕົກລົງວ່າດ້ວຍນ້ຳດື່ມໃນພາຊະນະບັນຈຸປິດ - ຖ້າເປັນຜະລິດຕະພັນຢາ, ທີ່ກ່ຽວກັບສຸຂະພາບໄປວິໄຈ ຈະອອກໃຫ້ສະເພາະແຕ່ລະຊຸດຜະລິດ (Lot No.) - ໃບຢັ້ງຢືນຜົນການວິໄຈເພື່ອຈົດທະບຽນຜະລິດຕະພັນ (ລະບຽບວ່າດ້ວຍການຈົດທະບຽນ) | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ |
- ຄ່າທຳນຽມຂອງການວິໄຈແຕ່ລະລາຍການແມ່ນອີງໃສ່ລັດຖະບັນຍັດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ເລກທີ 003/ປປທ, ລົງວັນທີ 26.12.012 (ມາດຕາ 47, III, ໜ້າ 93-95) - ສັນຍາລະຫວ່າງຜູ້ໃຊ້ບໍລິການ ແລະ ຜູ້ສະໜອງການບໍລິການການວິໄຈ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ບໍ່ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ | ||||





