ໃບອະນຸຍາດດຳເນີນທຸລະກິດປ້ຳນໍ້າມັນເຊື້ອໄຟ
License to Operate Fuel (Gas) Station
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 04.12.2020 | |
| ພາກສ່ວນຮັບຜິດຊອບ | ພະແນກອຸດສາຫະກຳ ແລະ ການຄ້າ
|
|
| LSIC | G - ການຄ້າຂາຍຍົກ ແລະ ຂາຍຍ່ອຍ; ສ້ອມແປງລົດຍົນ ແລະ ລົດຈັກ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ຜູ້ທີ່ມີຈຸດປະສົງທີ່ຕ້ອງການຈະລົງທຶນ ຫຼື ດຳເນີນທຸລະກິດດ້ານ ບໍລິການປ້ຳນໍ້າມັນເຊື້ອໄຟ ຢູ່ ນະຄອນຫຼວງວຽງຈັນ |
|
| ເງື່ອນໄຂໃນການຂໍເອກະສານ |
• ມີໃບຢັ້ງຢືນການເຄື່ອນໄຫວທຸລະກິດຂອງປໍ້ານໍ້າມັນເຊື້ອໄຟ • ໄດ້ລົງທຶນ ແລະ ຖອກທຶນຈົດທະບຽນ ຕາມທີ່ໄດ້ ກຳນົດໄວ້ໃນ ຂໍ້ 1.3 ມາດຕາ 7 ຂອງດໍລັດ ເລກທີ 331/ນຍ • ມີລະບົບບັນຊີຕິດຕາມ ການຮັບ ແລະ ການຈ່າຍ ນໍ້າມັນເຊື້ອໄຟ ປະຈໍາວັນ • ມີລະບົບການຕິດຕາມ-ກວດນັບຕົວເລກການຈ່າຍໜ່າຍນໍ້າມັນເຊື້ອໄຟ • ມີເຄື່ອງໝາຍຂອງບໍລິສັດ ທີ່ຕົນເປົນຕົວແທນຈໍາໜ່າຍ • ມີບັນຊີເງິນຝາກຢູ່ທະນາຄານທີ່ຕັ້ງຢູ່ ສປປ ລາວ ແລະ ການຊື້ຂາຍນໍ້າມັນເຊື້ອໄຟ ຕ້ອງຊໍາລະຜ່ານ ທະນາຄານ • ມີຫົວປໍ້າ ແລະ ເຄື່ອງກວດກາບໍລິມາດ ທີ່ໄດ້ຜ່ານການກວດກາ ແລະ ຢັ້ງຢືນມາດຕະຖານ ຈາກຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ • ມີບັ້ງມອດໄຟ ຕາມຈໍານວນປໍ້າ ພ້ອມດ້ວຍອຸປະກອນມອດໄຟຂັ້ນພື້ນຖານ • ມີຖັງເກັບນໍ້າມັນ ທີ່ບັນຈຸໄດ້ສູງສຸດບໍ່ໃຫ້ເກີນ ແປດໝື່ນ ລິດ ຕໍ່ໜຶ່ງປໍ້າ • ມີຫ້ອງນໍ້າສາທາລະນະ • ຖ້າມີການດຳເນີນກິດຈະການອື່ນ ຢູ່ປໍ້ານໍ້າມັນເຊື້ອໄຟ ເປັນຕົ້ນ ຮ້ານສະດວກຊື້, ຮ້ານອາຫານ, ຮ້ານຂາຍເຄື່ອງດື່ມ ຕ້ອງຂຶ້ນທະບຽນວິສາຫະກິດ ສະເພາະຂອງແຕ່ລະກິດຈະການ • ມີປະກັນໄພ ຕາມກົດໝາຍວ່າດ້ວຍການປະກັນໄພ |
|
| ຄໍາເຫັນເພີ່ມເຕີມ | ||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງ | ຕາມແບບຟອມຂອງພະແນກອຸດສາຫະກໍາ ແລະ ການຄ້າ |
|||
| ໃບທະບຽນວິສາຫະກິດ | ລວມທັງ ໃບທະບຽນວິສາຫະກິດ ຂອງບໍລິສັດນຳເຂົ້າ ແລະ ສົ່ງອອກ ຫຼື ບໍລິສັດຈຳໜ່າຍພາຍໃນ, ມະຕິຕົກລົງ ສ້າງຕັ້ງ ແລະ ໃບມອບສິດ ສຳລັບປ້ຳບໍລິສັດ ລົງທຶນເອງ |
|||
| ໃບອະນຸຍາດປຸກສ້າງຊົ່ວຄາວ | ||||
| ໃບຢັ້ງຢືນດ້ານສິ່ງແວດລ້ອມ ແລະ ສັງຄົມ | ກ່ຽວກັບປ້ຳນໍ້າມັນເຊື້ອໄຟ |
|||
| ໃບຢັ້ງຢືນການກວດຜ່ານກ່ຽວກັບຄວາມປອດໄພທາງດ້ານອັກຄີໄພ | ||||
| ບັນຊີຊັບສິນ | ຂອງປ້ຳນ້ຳມັນເຊື້ອໄຟ |
|||
| ໃບຢັ້ງຢືນຖານະການເງິນ | ຈາກທະນາຄານ |
|||
| ໃບຢັ້ງຢືນການເປັນຕົວແທນ | ແລະ ສັນຍາຊື້-ຂາຍ ນ້ຳມັນເຊື້ອໄຟ ສຳລັບປ້ຳຕົວແທນ |
|||
| ບັນຊີເງິນຝາກ | ໃນທະນາຄານທີ່ຕັ້ງຢູ່ ສປປ ລາວ |
|||
| ຮູບ 3x4 | ຂອງຜູ້ອຳນວຍການ ຫຼື ຜູ້ຈັດການ ຈຳນວນ 2 ແຜ່ນ |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຄໍາຮ້ອງແຈ້ງຂໍສືບຕໍ່ອະນຸຍາດດໍາເນີນທຸລະກິດ | ||||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ||
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 10 | |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 24 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ຕ້ອງປະກອບເອກະສານຍື່ນຂໍຕໍ່ໃບອະນຸຍາດດໍາເນີນທຸລະກິດ ກ່ອນໝົດອາຍຸ 6 ເດືອນ ຫຼັງຈາກນັ້ນເຈົ້າໜ້າທີ່ຈະລົງກວດກາສະຖານທີ່ ແລ້ວຈິ່ງຕໍ່ໃບອະນຸຍາດໃຫ້ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 100000.00 | 10000.00 | 110000.00 |
| ຄຳເຫັນ |
ຄ່າບໍລິການວິຊາການຍັງບໍ່ທັນໄດ້ກໍານົດ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 100000.00 | 10000.00 | 110000.00 |
| ຄຳເຫັນ |
ຄ່າບໍລິການວິຊາການຍັງບໍ່ທັນໄດ້ກໍານົດ |
|||





