ດາວໂຫຼດຂໍ້ມູນ

ໃບອະນຸຍາດດໍາເນີນທຸລະກິດນໍາທ່ຽວ

License to operate Tour Operator

ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ
ຊື່ຂອງແບບຟອມ ໃບອະນຸຍາດດໍາເນີນທຸລະກິດນໍາທ່ຽວ
ປະເພດເອກະສານ ໃບອະນຸຍາດດໍາເນີນທຸລະກິດ
ວັນທີແກ້ໄຂຂໍ້ມູນລ່າສຸດ 24.06.2024
ພາກສ່ວນຮັບຜິດຊອບ ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ
(+856-(21) 213-256;)
LSIC S - ການເຄື່ອນໄຫວບໍລິການອື່ນໆ
ຜູ້ທີ່ສາມາດຍື່ນຂໍເອກະສານ
ບຸກຄົນ ແລະ ນິຕິບຸກຄົນ ທີ່ຈະດໍາເນີນທຸລະກິດນຳທ່ຽວ ຕ້ອງມີເງື່ອນໄຂ ດັ່ງນີ້:
1. ເປັນບຸກຄົນ ຫຼື ນິຕິບຸກຄົນ ທີ່ໄດ້ຂຶ້ນທະບຽນວິສາຫະກິດ ຢ່າງຖືກຕ້ອງຕາມກົດໝາຍ ຂອງ ສປປ ລາວ;
2. ມີສໍານັກງານ/ຫ້ອງການ, ວັດຖຸອຸປະກອນ ທີ່ຖືກຕ້ອງຕາມລະບຽບການ ແລະ ມາດຕະຖານ; 
3. ມີພະນັກງານນໍາທ່ຽວປະຈໍາ ຫຼື ບໍ່ປະຈໍາ
4. ມີລາຍການທ່ອງທ່ຽວ ແລະ ລາຄາລາຍການທ່ອງທ່ຽວ
5. ມີໃບອະນຸຍາດດຳເນີນທຸລະກິດນຳທ່ຽວ;
6. ຕ້ອງມີທຶນຈົດທະບຽນຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້;
7. ເປີດບັນຊີເງິນຝາກຢູ່ທະນາຄານທຸລະກິດ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກຳນົດ;
8. ສຳລັບບຸກຄົນ ຫຼື ນິຕິບຸກຄົນຕ່າງປະເທດ ນອກຈາກປະຕິບັດຕາມຂໍ້ 1, 2, 3,4  ແລະ ຂໍ້ 5 ຂອງມາດຕານີ້ແລ້ວ ຕ້ອງມີເງິນຄ້ຳປະກັນ (Deposit Money) ຝາກຢູ່ທະນາຄານທຸລະກິດເປັນສະກຸນເງິນກີບ ບໍ່ຫຼຸດ 30% (ສາມສິບສ່ວນຮ້ອຍ) ຂອງທຶນຈົດທະບຽນທັງໝົດ.
ເງື່ອນໄຂໃນການຂໍເອກະສານ
ເອກະສານ ຂໍສະເໜີດໍາເນີນທຸລະກິດນໍາທ່ຽວ ມີ ດັ່ງນີ້:
1. ໃບຄໍາຮ້ອງຂໍອະນຸຍາດດໍາເນີນທຸລະກິດ 1 ໃບ;
2. ຂໍ້ມູນທີ່ຈໍາເປັນຕາມແບບຟອມຂອງກົມຄຸ້ມຄອງທຸລະກິດການທ່ອງທ່ຽວ;
3. ສຳເນົາ ໃບທະບຽນວິສາຫະກິດ 1 ໃບ;
4. ສຳເນົາ ສຳນວນຄໍາຮ້ອງຂໍຂຶ້ນທະບຽນວິສາຫະກິດ 1 ຊຸດ;
5. ຮູບຖ່າຍເຈົ້າຂອງວິສາຫະກິດ ຂະໜາດ 3x4 ຊມ 2 ໃບ ບໍ່ເກີນ 3 ເດືອນ
ຄໍາເຫັນເພີ່ມເຕີມ
ການຂໍອະນຸຍາດສ້າງຕັ້ງ ແລະ ດໍາເນີນທຸລະກິດ ຮ້ານອາຫານ ແມ່ນຂະແໜງ ຖວທ ເປັນຜູ້ພິຈາລະນາໃນການອອກອະນຸຍາດ.

• ການແບ່ງຂັ້ນຄຸ້ມຄອງ 
- ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງ/ນະຄອນ ເປັນເຈົ້າການຄົ້ນຄວ້າພິຈາລະນາອະນຸຍາດການດໍາເນີນທຸລະກິດ, ການອະນຸຍາດການສືບຕໍ່ດໍາເນີນທຸລະກິດ ຕໍ່ຫົວໜ່ວຍທຸລະກິດນໍາທ່ຽວສະເພາະພື້ນທີ່ໃດໜຶ່ງ
- ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ/ນະຄອນຫຼວງ ຄົ້ນຄວ້າພິຈາລະນາອະນຸຍາດການດໍາເນີນທຸລະກິດ, ການອະນຸຍາດການສືບຕໍ່ດໍາເນີນທຸລະກິດ ຕໍ່ຫົວຫົວໜ່ວຍທຸລະກິດນໍາທ່ຽວພາຍໃນປະເທດ
- ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ  ຄົ້ນຄວ້າພິຈາລະນາ ອະນຸຍາດການດໍາເນີນທຸລະກິດ, ອະນຸຍາດການສືບຕໍ່ດໍາເນີນທຸລະກິດ ຂອງຫົວໜ່ວຍທຸລະກິດນໍາທ່ຽວລະຫວ່າງປະເທດ, ບໍລິສັດຕົວແທນທຸລະກິດການທ່ອງທ່ຽວ

ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ
ຊື່ ເລກທີ ລົງວັນທີ ໝາຍເຫດ
ຂໍ້ຕົກລົງ ວ່າດ້ວຍທຸລະກິດນໍາທ່ຽວ 607 30.09.2022 ""

ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງ​ທໍາ​ອິດ
ຊື່ ປະເພດ ໝາຍເຫດ
ໃບຄຳຮ້ອງ ການກະ ທຳ ທີ່ຢັ້ງຢືນ
  
ຮູບຖ່າຍຂອງອໍານວຍການ ການກະ ທຳ ທີ່ຢັ້ງຢືນ
  
ສຳເນົາໃບທະບຽນວິສາຫະກິດ ການກະ ທຳ ທີ່ຢັ້ງຢືນ
  

ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ
ຊື່ ປະເພດ ໝາຍເຫດ
 
ຮູບແບບການຍື່ນເອກະສານ
ການຍື່ນເອກະສານ ຢູ່ທີ່ຫ້ອງການເຈົ້າຫນ້າທີ່
ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ ຖະໜົນລ້ານຊ້າງ, ບ້ານສາຍລົມ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) 9 ພາຍຫຼັງໄດ້ຮັບຄຳຮ້ອງດຳເນີນທຸລະກິດ ຫຼື ຢັ້ງຢືນການສືບຕໍ່ດຳເນີນທຸລະກິດຖືກຕ້ອງຄົບຖ້ວນແລ້ວຂະແໜງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕ້ອງປະສານກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ ພິຈາລະນາ ແລະ ອອກໃບອະນຸຍາດ ໃຫ້ເຈົ້າຂອງທຸລະກິດ ພ້ອມທັງແຈ້ງຄ່າທຳນຽມ ແລະ ຄ່າບໍລິການ ໃຫ້ຜູ້ທີ່ຍື່ນຄຳຮ້ອງຮັບຊາບ ພາຍໃນ 7 ວັນລັດຖະການ ນັບແຕ່ມື້ຮັບຄໍາຮ້ອງເປັນຕົ້ນໄປ
 
ການຕໍ່ອາຍຸເອກະສານ
ເອກະສານມີກຳນົດອາຍຸ ຫຼື ບໍ່? ມີ
ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? 9
ມີຂັ້ນຕອນແລະເງື່ອນໄຂແນວໃດເພື່ອໃຫ້ໄດ້ຮູບແບບ?
ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ ເອກະສານ ຄໍາຮ້ອງສະເໜີສືບຕໍ່ດໍາເນີນທຸລະກິດນໍາທ່ຽວ ມີ ດັ່ງນີ້: 1. ໃບຄໍາຮ້ອງ ສະເໜີສືບຕໍ່ດໍາເນີນທຸລະກິດ 1 ໃບ; 2. ສຳເນົາ ໃບອະນຸຍາດດຳເນີນທຸລະກິດ/ໃບຢັ້ງຢືນສືບຕໍ່ດໍາເນີນທຸລະກິດປີຫຼ້າສຸດ; 3. ໃບເສຍອາກອນ ຫຼື ໃບຢັ້ງຢືນເສຍອາກອນ ປະຈໍາປີຫຼ້າສຸດ. 4. ຕ້ອງຍື່ນຄໍາຮ້ອງຂໍສືບຕໍ່ດໍາເນີນທຸລະກິດ ກ່ອນ 30 ວັນ ທີ່ໃບຢັ້ງຢືນສືບຕໍ່ດໍາເນີນທຸລະກິດ ຈະໝົດອາຍຸ.
 
ຄ່າທຳນຽມສຳລັບການຍື່ນຂໍເອກະສານ
ມີຄ່າໃຊ້ຈ່າຍ ຫຼື ບໍ່ ຄ່າບໍລິການ ຄ່າທຳນຽມທາງວິຊາການ ຄ່າໃບຄຳຮ້ອງ ຄ່າໃຊ້ຈ່າຍທັງໝົດ
ມີ 1050000.00 1000000.00 0.00 2050000.00
ຄຳເຫັນ
ອີງຕາມ ຂໍ້ກໍານົດ ເລກທີ 002/ປປທ, ນະຄອນຫຼວງວຽງຈັນ, ລົງວັນທີ 17 ມິຖຸນາ 2021
ມາດຕາ 38 ແລະ ມາດຕາ 39
 
ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ
ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? ຄ່າບໍລິການ ຄ່າທຳນຽມທາງວິຊາການ ຄ່າໃບຄຳຮ້ອງ ຄ່າໃຊ້ຈ່າຍທັງໝົດ
ມີ 1050000.00 0.00 0.00 1050000.00
ຄຳເຫັນ
ອີງຕາມ ຂໍ້ກໍານົດ ເລກທີ 002/ປປທ, ນະຄອນຫຼວງວຽງຈັນ, ລົງວັນທີ 17 ມິຖຸນາ 2021
ມາດຕາ 38 ແລະ ມາດຕາ 39
     
 

ຄູ່ຮ່ວມມື

         
up
reset WAY cursor WAY contrast WAY Font size WAY Black and White WAY Links WAY