ການຂໍອະນຸຍາດດຳເນີນທຸລະກິດກະສິກຳ ແບະ ປ່າໄມ້ (ສຳລັບກິດຈະການ ຊົນລະປະທານ (ຊັ້ນ 3))
License to Operatee Agricultural and Forestry Business (for an Irrigation Business (3rd Scale))
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 13.10.2020 | |
| ພາກສ່ວນຮັບຜິດຊອບ | ພະແນກກະສິກຳ ແລະ ປ່າໄມ້, ນະຄອນຫລວງວຽງຈັນ
|
|
| LSIC | E - ການສະໜອງນໍ້າ, ລະບາຍນໍ້າເສຍ, ການບໍລິຫານຈັດການ ແລະ ເຄື່ອນໄຫວບໍາບັດສິ່ງເສດເຫລືອ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນໃດຫນຶ່ງຫຼືຜູ້ປະກອບການ ທີ່ມີຈຸດປະສົງເນີນທຸລະກິດທາງດ້ານ ຊົນລະປະທານທີ່ປະກອບດ້ວຍ (i) ຂະແໜງກໍ່ສ້າງ ແລະ ສ້ອມແປງຊົນລະປະທານ, (ii) ຂະແໜງສຶກສາ,ສຳຫຼວດ-ອອກແບບ ຊົນລະປະທານ |
|
| ເງື່ອນໄຂໃນການຂໍເອກະສານ |
1. ມີວິສະວະກອນຊົນລະປະທານທີ່ມີປະສົບການເຮັດວຽກຢ່າງຫນ້ອຍ 5 ປີໃນຈໍານວນທີ່ກໍານົດໄວ້ໃນແຕ່ລະຂັ້ນຂອງທຸລະກິດຊົນລະປະທານ. 2. ຜູ້ຈັດການຂອງບໍລິສັດຢ່າງໜ້ອຍຕ້ອງຈົບວິຊາສະເພາະທາງດ້ານຊົນລະປະທານແລະຜູ້ອຳນວຍ ການບໍລິສັດແມ່ນຕ້ອງມີໃບປະກາດດ້ານວິສະວະກອນຊົນລະປະທານ. 3. ຕ້ອງມີທຶນແລະອຸປະກອນພຽງພໍດັ່ງທີ່ໄດ້ກໍານົດໄວ້ໃນແຕ່ລະຂະແຫນງທຸລະກິດຊົນລະປະທານ, ໃຫ້ບໍລິສັດມີທຶນໝູນວຽນຢ່າງຫນ້ອຍ 30% ຂອງຊັບສົມບັດຄົງທີ່ທັງຫມົດ 4. ຕ້ອງມີເງື່ອນໄຂ ຂອງບໍລິສັດຊົນລະປະທານຄົບຖ້ວນ |
|
| ຄໍາເຫັນເພີ່ມເຕີມ |
- ຊັ້ນ 3 ຂະແໜງຊົນລະປະທານ ຄົ້ນຄວ້າພິຈາລະນາ ແລະ ນຳສະເໜີ ພະແນກກະສິກຳ ແລະ ແຂວງ, ນະຄອນຫຼວງວຽງຈັນ |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງ | ||||
| ກົດລະບຽບວິສາຫະກິດ | ||||
| ໃບແຈ້ງໂທດ | ||||
| ແຜນວາດທີ່ຕັ້ງສຳນັກງານ | ||||
| ບົດວິພາກເສດຖະກິດ | ||||
| ສຳເນົາບັດປະຈຳຕົວ | ||||
| ຮູບ 3x4 | ຈຳນວນ 4 ໃບ |
|||
| ໃບປະກາດດ້ານວິຊາການ | ລວມທັງປະຫວັດຫຍໍ້ຂອງວິສາວະກອນ ພ້ອມສັນຍາຜູກພັນລະຫວ່າງວິຊາການ ແລະ ບໍລິສັດ ແລະ ໃບຢັ້ງຢືນທີ່ຢູ່ |
|||
| ໃບຢັ້ງຢືນຜົນງານໃນໄລຍະຜ່ານມາຂອງວິສະວະກອນ ຫຼື ວິສາຫະກິດ. | ||||
| ໃບອະນຸຍາດລົງທຶນ | ສຳລັບຄົນຕ່າງປະເທດ |
|||
| ໃບຢັ້ງຢືນຖານະການເງິນ | ຈາກທະນາຄານ |
|||
| ສະຫຼຸບຊັບສິນ-ໜີ້ສິນ | ຖ້າມີ |
|||
| ບັນຊີລູກໜີ້ | ||||
| ໃບມອບສິດໃຫ້ຜູ້ຕາງໜ້າເປັນຜູ້ຮັບຜິດຊອບໃນການຂໍອະນຸຍາດດຳເນີນທຸລະກິດ | ໃນກໍລະນີຫົວໜ້າບໍລິສັດບໍ່ໄດ້ມາພົວພັນເອງ |
|||
| ສັນຍາສ້າງຕັ້ງວິສາຫະກິດ | ສຳລັບລັດວິສາຫະກິດປະສົມ ແລະ ບໍລິສັດ |
|||
| ຊີວະປະຫວັດ | ຂອງຫົວໜ້າບໍລິສັດ |
|||
| ບັນຊີຊັບສົມບັດຄົງທີ່ | ລວມທັງອຸປະກອນເຄື່ອງມື, ພ້ອມດ້ວຍການຢັ້ງຢືນກຳມະສິດຈາກອົງການທີ່ກ່ຽວຂ້ອງ ແລະ ພະແນກໂຍທາທິການ ແລະ ຂົນສົ່ງ |
|||
| ບັນຊີລາຍຊື່ພະນັກງານ | ແລະ ໂຄງຮ່າງການຈັດຕັ້ງຂອງບໍລິສັດ |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ກົດລະບຽບວິສາຫະກິດ | ||||
| ໃບທະບຽນອາກອນພາຍໃນທີ່ໃກ້ຈະໝົດອາຍຸ | ||||
| ໃບທະບຽນວິສາຫະກິດ | ||||
| ບົດວິພາກເສດຖະກິດ | ||||
| ຮູບ 3x4 | ຈຳນວນ 4 ໃບ |
|||
| ໃບປະກາດດ້ານວິຊາການ | ລວມທັງປະຫວັດຫຍໍ້ຂອງວິສາວະກອນ ພ້ອມສັນຍາຜູກພັນລະຫວ່າງວິຊາການ ແລະ ບໍລິສັດ ແລະ ໃບຢັ້ງຢືນທີ່ຢູ່ |
|||
| ໃບຄຳຮ້ອງຂໍຕໍ່ອາຍຸ | ສົ່ງຫາພະແນກກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ |
|||
| ໃບອະນຸຍາດເຄື່ອນໄຫວວິສາຫະກິດຂະແໜງຊົນລະປະທານທີ່ໃກ້ຈະໝົດອາຍຸ. | ||||
| ໃບສະຫຼຸບຜົນງານໃນໜື່ງປີຜ່ານມາ | ພ້ອມໃຫ້ມີການຢັ້ງຢືນຈາກຂະແໜງ ຫຼື ເຈົ້າຂອງໂຄງການຄັກແນ່ |
|||
| ໃບຢັ້ງຢືນກວດກາຄຸນະພາບການກໍ່ສ້າງ | ພ້ອມໃຫ້ມີການຢັ້ງຢືນຈາກຂະແໜງການ ຫຼື ເຈົ້າຂອງໂຄງການ |
|||
| ໃບດຸ່ນດ່ຽງລາຍຮັບ-ລາຍຈ່າຍປະຈຳປີ | ||||
| ຊີວະປະຫວັດ | ຂອງຫົວໜ້າບໍລິສັດ |
|||
| ບັນຊີຊັບສົມບັດຄົງທີ່ | ພາຫະນະກົນຈັກ, ອຸປະກອນ ແລະ ເຄື່ອງມືຕ່າງໆຂອງບໍລິສັດ (ຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ), ສຳເນົາໃບທະບຽນລົດ, ຖ່າຍຮູບພາບກົນຈັກໜັກ ແລະ ເຄື່ອງມືຮັບໃຊ້ |
|||
| ບັນຊີລາຍຊື່ພະນັກງານ | ແລະ ໂຄງຮ່າງການຈັດຕັ້ງຂອງບໍລິສັດ |
|||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ພະແນກກະສິກຳ ແລະ ປ່າໄມ້, ນະຄອນຫລວງວຽງຈັນ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 14 | ພາຍຫຼັງທີ່ຜູ້ສະເໜີຍື່ນຄຳຮ້ອງ, ຂະແໜງຊົນລະປະທານຈະເປັນຜູ້ກວດກາເອກະສານ, ລົງກວດກາສະຖານທີ່ ແລະ ປະກອບຄຳເຫັນທາງດ້ານວິຊາການພາຍໃນເວລາ 7 ວັນລັດຖະການ. ຈາກນັ້ນ, ຂະແໜງຊົນລະປະທານຈະສົ່ງເອກະສານ ພ້ອມທັງຄຳເຫັນທາງດ້ານວິຊາການຂຶ້ນຫາຂະແໜງແຜນການ ແລະ ການເງິນ ເພື່ອອອກໃບອະນຸຍາດດຳເນີນທຸລະກິດ. |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ບໍ່ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 12 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ເອກະສານມີກຳນົດນຳໃຊ້ນັບຕັ້ງແຕ່ວັນທີ 1 ມັງກອນຂອງທຸກໆປີ ແລະ ໝົດອາຍຸນຳໃຊ້ໃບທະບຽນທຸລະກິດຮອດວັນທີ 31 ທັນວາ. (ອີງຕາມ ແຈ້ງການເລື່ອງການຂໍໃບອະນຸຍາດ ແລະ ຂໍຕໍ່ໃບອະນຸຍາດດຳເນີນທຸລະກິດຂະແໜງກໍ່ສ້າງ ແລະ ສ້ອມແປງ, ໃຫ້ຄຳປຶກສາທາງດ້ານການຄຸ້ມງານກໍ່ສ້າງ, ສຶກສາ, ສຳຫຼວດ-ອອກແບບຊົນລະປະທານ, ເລກທີ 0125/ຊປທ, ລົງວັນທີ 15-01-2020 ບໍລິສັດຈະຕ້ອງມາຕໍ່ໃບອະນຸຍາດດຳເນີນກິດຈະການຊ້າສຸດແມ່ນບໍ່ໃຫ້ກາຍເດືອນ 3 ຂອງທຸກໆປີ. | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 50000.00 | 0.00 | 50000.00 |
| ຄຳເຫັນ |
ສຳລັບຄ່າທຳນຽມຂໍອອກອະນຸຍາດດຳເນີນທຸລະກິດ ອີງຕາມລັດຖະບັນຍັດຂອງປະທານປະເທດ ເລກທີ 003/ປປທ, ລົງວັນທີ່ 26/12/2012 ຄື: 1. ມູນຄ່າແຕ່ 500.000.000 ກີບລົງມາ, ຄ່າທຳນຽມ 300.000 ກີບ 2. ມູນຄ່າຫຼາຍກວ່າ 500.000.000 – 1.000.000.000 ກີບ, ຄ່າທຳນຽມ 400.000 ກີບ 3. ມູນຄ່າຫຼາຍກວ່າ 1.000.000.000 ກີບ, ຄ່າທຳນຽມ 500.000 ກີບ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 50000.00 | 0.00 | 50000.00 |
| ຄຳເຫັນ |
ສຳລັບຄ່າທຳນຽມຂໍອອກອະນຸຍາດດຳເນີນທຸລະກິດ ອີງຕາມລັດຖະບັນຍັດຂອງປະທານປະເທດ ເລກທີ 003/ປປທ, ລົງວັນທີ່ 26/12/2012 ຄື: 1. ມູນຄ່າແຕ່ 500.000.000 ກີບລົງມາ, ຄ່າທຳນຽມ 300.000 ກີບ 2. ມູນຄ່າຫຼາຍກວ່າ 500.000.000 – 1.000.000.000 ກີບ, ຄ່າທຳນຽມ 400.000 ກີບ 3. ມູນຄ່າຫຼາຍກວ່າ 1.000.000.000 ກີບ, ຄ່າທຳນຽມ 500.000 ກີບ |
|||





